VOV WorldVOV World
ການ​ເສັງເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2020
26/11/2020 07:27
(VOVWORLD) - ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ
ການ​ເສັງເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2020
ໃນ ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ (VOV) ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 359 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ. ໃນອາທິດຜ່ານມາ, ເພື່ອນ ມອນແສງ, ດອກກຸລາບ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ ”. ນະຄອນ ໂຮ່ຈີມິນ  ໃນຈົດໝາຍສົ່ງມາຍັງລາຍການ, ເພື່ອນ ເບັນ ພິມມະສອນ ຢູ່ແຂວງຈຳປາສັກ ຂຽນວ່າ: “ ຂ້າພະເຈົ້າເຄີຍຕິດຕາມລາຍການຊາຍຄາ ອາຊຽນ ຂອງ VOV5, ຜ່ານລາຍການນີ້, ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາປະເທດອາຊຽນ, ພິເສດແມ່ນວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ໃນນັ້ນ ຂ້າພະເຈົ້າມັກທີ່ສຸດແມ່ນປະເທດຫວຽດນາມ ທີ່ສວຍງາມ. ຫວັງວ່າໃນໄລຍະຈະມາເຖິງ, ລາວ ແລະ ຫວຽດນາມ ກໍ່ຄືບັນດາປະເທດໃນໂລກຈະສາມາດສະກັດກັ້ນໂລກລະບາດໂຄວິດ-19 ໄດ້, ຂ້າພະເຈົ້າຈະໄປທ່ຽວ ຫວຽດນາມ ແລະ ຢ້ຽມຢາມ 2 ນະຄອນໃຫຍ່ແມ່ນ ຮ່າໂນ້ຍ ແລະ ໂຮ່ຈີມິນ. ” ທ່ານຜູ້ຟັງທີ່ເຄົາລົບ, ກ່ຽວຂ້ອງເຖິງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ, ເພື່ອນ ພອນຄຳ ສີສົມພັນ, ທ່ານຜູ້ຟັງລາຍການພາກພາສາລາວ ທີ່ໄດ້ຮັບລາງວັນຈາກການເສັງດັ່ງກ່າວ ໄດ້ສົ່ງຈົດໝາຍມາແບ່ງປັນກ່ຽວກັບແຮງບັນດານໃຈທີ່ຕົນເອງເຮັດບົດຈົນໄດ້ຮັບລາງວັນບົດເສັງທີ່ມີຮູບການ ແລະ ເນື້ອໃນດີເດັ່ນ. ເພື່ອນ ພອນຄຳ ສີສົມພັນ ແບ່ງປັນວ່າ: “ຂ້າພະເຈົ້າຢາກຮູ້ຫວຽດນາມ ໃຫ້ໄດ້ຫລາຍທີ່ສຸດ. ຕອນຄ່ຳທຸກໆມື້ ພາຍຫລັງກິນເຂົ້າແລ້ວ, ຂ້າພະເຈົ້າຈະຊອກຮູ້ ແລະ ເບິ່ງ Blog ວີດີໂອ ກ່ຽວກັບປະເທດທີ່ສວຍງາມຂອງພວກເພື່ອນ ຜ່ານ Youtube. ຂ້າພະເຈົ້າຮຽນໄດ້ສິ່ງໃໝ່ ແລະ ມີຄວາມຈັບໃຈຫລາຍຢ່າງກ່ຽວກັບຫວຽດນາມ ເຊິ່ງຂ້າພະເຈົ້າບໍ່ຄິດບໍ່ຝັນເຖິງ.ແຕ່ລະມື້ ຂ້າພະເຈົ້າຍິ່ງຮັກຫວຽດນາມ ຫລາຍກ່ວາ”. ທ່ານຜູ້ຟັງທີ່ເຄົາລົບ! ນອກຈາກເພື່ອນ ພອນຄຳ ສີສົມພັນ ທີ່ຍາດໄດ້ລາງວັນບົດເສັງທີ່ມີຮູບການ ແລະ ເນື້ອໃນດີເດັ່ນດ້ວຍພາສາຫວຽດນາມ ທີ່ມີມູນຄ່າ 2 ລ້ານ VND ແລ້ວ, ທ່ານຜູ້ຟັງລາວທຸກຄົນທີ່ມີບົດເສັງສົ່ງມາໃຫ້ຄະນະຈັດຕັ້ງການເສັງ "ເພື່ອນຮູ້ຫຍັງແດ່ກຽວກັບຫວຽດນາມ 2020" ກໍ່ລ້ວນແຕ່ໄດ້ຮັບໃບຢັ້ງຢືນເອເລັກໂຕນິກ. ທ່ານຜູ້ຟັງທີ່ເຄົາລົບ! ໃນການຈັດຕັ້ງການເສັງ "ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ" ມາຫລາຍຄັ້ງ, ຄະນະຈັດຕັ້ງການເສັງບໍ່ເຄີຍປະສົບກັບຄວາມຫຍຸ້ງຍາກ ໃນການກຳນົດວ່າ ທ່ານຜູ້ຟັງຄົນໃດທີ່ມີຄຳຕອບດີທີ່ສຸດກ່ຽວກັບຄຳຖາມໃດໜຶ່ງ ຄືດັ່ງການເສັງໃນປີ 2020. ນັ້ນແມ່ນຄວາມຫຍຸ້ງຍາກໃນການກຳນົດຄຳຕອບດີທີ່ສຸດຂອງຄຳຖາມທີ 5 "ເມື່ອເວົ້າເຖິງຫວຽດນາມ ເພື່ອນມີຄວາມປະທັບໃຈໃດແດ່ຕໍ່ພາບພົດ ຫຼື ເຫດການ?", ແມ່ນຄຳຖາມເປີດກ່ຽວກັບຄວາມປະທັບໃຈທຳອິດຂອງທ່ານຜູ້ຟັງເມື່ອຄິດເຖິງຫວຽດນາມ. ເຫດຜົນແມ່ນຍ້ອນມີຄຳຕອບດີເດັ່ນຫລາຍຢ່າງ, ເມື່ອຂຽນກ່ຽວກັບການເລືອກເຟັ້ນຫົວຂໍ້ "ປະທານໂຮ່ຈີມິນ", ທ່ານຜູ້ຟັງລ້ວນແຕ່ຂຽນດ້ວຍຄຳສັບທີ່ສະແດງເຖິງຄວາມເຄົາລົບນັບຖື, ນິຍົມສູງສຸດ. ທ່ານຜູ້ຟັງ ຕ໊ຽດຟີ, (ຊາວຈີນ, ລາຍການພາສາຈີນ) ຂຽນວ່າ "ເມື່ອເວົ້າເຖິງ ຫວຽດນາມ ພວກເຮົາຕ້ອງຄິດເຖິງຜູ້ນຳທີ່ແສນເຄົາລົບຮັກ ນັ້ນແມ່ນປະທານໂຮ່ຈີມິນ. ເພິ່ນບໍ່ພຽງແຕ່ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງໄດ້ຮັບຄວາມນິຍົມຈາກເພື່ອນມິດຢູ່ທົ່ວໂລກອີກດ້ວຍ. ຫວຽດນາມ - ໂຮ່ຈີມິນ ຍາມໃດເພື່ອນມິດສາກົນກໍ່ໄດ້ເວົ້າເຖິງ ດ້ວຍຄວາມເຄົາລົບນັບຖື."  (ພາບປະກອບ) ສ່ວນທ່ານຜູ້ຟັງ Kurita Toshiki, ຊາວ ຍີ່ປຸ່ນ, ລາຍການພາສາ ຍີ່ປຸ່ນ ແບ່ງປັນວ່າ “ ໃນລາຍການມໍລະດົກໂລກ ເມື່ອໄດ້ເຫັນ ອ່າວຮະລອງ ຂອງພວກເພື່ອນເທື່ອທຳອິດ, ຄວາມຈິງ ຂ້າພະເຈົ້າບໍ່ເຊື່ອສາຍຕາຂອງຕົນ, ບໍ່ຄິດວ່າ ປະເທດຫວຽດນາມ ຈະມີຄວາມສວຍງາມ, ຍິ່ງໃຫຍ່ຢ່າງໜ້າມະຫັດສະຈັນແບບນີ້ ເບິ່ງຢູ່ບ່ອນໃດກໍ່ສວຍງາມ, ຂຽວອຸ່ມທຸ່ມໄປໝົດ. ຂ້າພະເຈົ້າຈະນຳອ່າວຮະລອງ ເຂົ້າໃນບັນຊີລາຍຊື່ບັນດາສະຖານທີ່ຕ້ອງແວ່ຢາມກ່ອນທີ່ຈາກໄປ. ” ສ່ວນເພື່ອນ Rudi Hartono, ຊາວອິນໂດເນເຊຍ, ລາຍການພາສາອິນໂດເນເຊຍ ແບ່ງປັນວ່າ “ ເມື່ອຂຽນກ່ຽວກັບຫວຽດນາມ ແມ່ນຄວາມເປັນກຽດສຳລັບຕົນເອງ ຍ້ອນວ່າຕົນເອງເປັນມິດລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ມາຕະຫລອດ 32 ປີແລ້ວ. ຫວຽດນາມ ແມ່ນປະເທດທີ່ສວຍງາມ, ມີສັນຕິພາບ ແລະ ນັບມື້ນັບພັດທະນາ. ຄວາມສວຍງາມຂອງປະເທດຫວຽດນາມ ໄດ້ສ້າງຄວາມຢາກຊອກຮູ້ຊອກເຫັນໃນໃຈຂອງຕົນເອງ ແລະ ກໍ່ໄດ້ມີໂອກາດໄປຢ້ຽມຢາມ ແລະ ຄົ້ນຫາ ຫວຽດນາມ ມາແລ້ວ. ຂ້າພະເຈົ້າໄປ ຫວຽດນາມ 2 ຄັ້ງ, ນັ້ນແມ່ນນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ຂ້າພະເຈົ້າຢາກກັບຄືນໄປ ຫວຽດນາມ ອີກຄັ້ງໜຶ່ງ. ” ທ່ານຜູ້ຟັງ Paul Jamet, ຊາວ ຝຣັ່ງ, ລາຍການພາສາຝຣັ່ງ ຂຽນວ່າ “ ປະເທດຫວຽດນາມ ຂອງພວກເພື່ອນໄດ້ພັດທະນາຢ່າງບໍ່ຢຸດຢັ້ງ. ຢູ່ ຫວຽດນາມ, ບັນດາຄຸນຄ່າຮີດຄອງປະເພນີ ແລະ ຄວາມທັນສະໄໝ ຍາມໃດກໍ່ສະຫຼັບສັບປົນກັນໄປ. ຕາມທັດສະນະຂອງຂ້າພະເຈົ້າແລ້ວ, ຍ້ອນສິ່ງດັ່ງກ່າວ ໄດ້ສ້າງຜົນສຳເລັດຂອງພວກເພື່ອນໃນວັນນີ້. ” ຂໍເວົ້າຄືນວ່າ, ຍັງມີຫລາຍຄຳຕອບທີ່ດີ, ບັນດາການແບ່ງປັນປະທັບໃຈ ແລະ ເຕັມໄປດ້ວຍນ້ຳໃຈຂອງບັນດາທ່ານຜູ້ຟັງທີ່ມີຕໍ່ ຫວຽດນາມ ເຊິ່ງທາງວິທະຍຸກະຈາຍສຽງ ຫວຽດນາມ ຍັງບໍ່ທັນໄດ້ຄັດສະເໜີ. ອີກຄັ້ງໜຶ່ງຂໍຮັບຮູ້ ແລະ ຂອບໃຈພວກເພື່ອນຫລາຍໆ.         ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ , ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com .
TAG
VOV/VOVworld/ການ​ເສັງ/ຫວຽດ​ນາມ/ທ່ານ​ຜູ້​ຟັງ