VOV WorldVOV World
​ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
21/06/2018 09:45
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 263 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ.
​ການຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
ເພື່ອນສຸມາລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາລາຍການໂດຍແບ່ງປັນວ່າ: ວັນທີ 21 ມິຖຸນາ ແມ່ນວັນສື່ມວນຊົນປະຕິວັດຫວຽດນາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງພະນັກງານ, ນັກຂ່າວຂອງ vov ເວົາລວມ ແລະ ບັນດາອ້າຍ, ເອື້ອຍ, ນ້ອງໃນລາຍການພາກພາສາລາວ ເວົ້າສະເພາະບັນລຸໄດ້ຜົນງານຫຼາຍຢ່າງ ໃນວຽກງານໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ແຈ້ງກວ່າກ່ຽວກັບວັນສື່ມວນຊົນປະຕິວັດຫວຽດນາມ.         ເພື່ອນສຸມາລີ ທຳມະວົງສາ ທີ່ຮັກແພງ, ໂດຍຕາງໜ້າໃຫ້ vov ແລະ ລາຍການພາກພາສາລາວ, ຂໍໃຈເພື່ອນດ້ວຍຄວາມຈິງໃຈທີ່ໄດ້ສົ່ງຄຳອວຍພອນອັນດີງາມໃຫ້ບັນດານັກຂ່າວ, ບັນນາທິການຂອງ vov. ສ່ວນປະຫວັດຂອງວັນສື່ມວນຊົນປະຕິວັດຫວຽດນາມ, ພວກຂ້າພະເຈົ້າຂໍເວົ້າໂດຍຫຍໍ້ຄືດັ່ງນີ້.         ວັນສື່ມວນຊົນປະຕິວັດຫວຽດນາມ ຄືວັນທີ 21 ມິຖຸນາ ແມ່ນວັນສະເຫຼີມສະຫຼອງການກຳເນີດຂອງໜັງສືພິມ “ແທງນຽນ” (ໄວໜຸ່ມ) ສະບັບທຳອິດ ໂດຍຜູ້ນຳ ຫງວຽນອ໋າຍກ໋ວກ ສ້າງຕັ້ງໃນວັນມີ 21 ມິຖຸນາ 1925. ໃນປະຫວັດຂອງສື່ມວນຊົນຫວຽດນາມ, ນັບແຕ່ຊຸມປີ 60 ຂອງສະຕະວັດທີ 19 ໄດ້ມີ “ໜັງສືພິມ ຢາດິ້ງ” ແລະ ໜັງສືພິມສະບັບຕ່າງໆກໍ່ໄດ້ຮັບການສ້າງຕັ້ງຢູ່ໄຊງ່ອນ (ປະຈຸບັນແມ່ນນະຄອນໂຮ່ຈິມິນ), ຮ່າໂນ້ຍ ແລະ ຢູ່ບາງທ້ອງຖິ່ນອີກ. ແຕ່ໜັງສືພິມ “ແທງນຽນ” ໄດ້ເປີດພິທີເຮັດໜັງສືພິມແບບໃໝ່ນັ້ນແມ່ນ ສື່ມວນຊົນປະຕິວັດຫວຽດນາມ. ເມື່ອໜັງສືພິມ “ແທງນຽນ” ອອກສະບັບທຳອິດ, ໜັງສືພິມຫວຽດນາມ ຈຶ່ງໄດ້ຍົກຄັນທຸງປະຕິວັດ, ເວົ້າເຖິງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ແລະ ຊີ້ແຈ້ງທິດທາງຕໍ່ສູ້ຂອງປະຊາຊົນຫວຽດນາມ ເພືຶ່ອເອກະລາດ, ເສລີພາບ ແລະ ສັງຄົມນິຍົມ. ຍ້ອນຄວາມໝາຍນັ້ນ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ອອກຂໍ້ຕົກລົງ ເລກທີ 52 ວັນທີ 05 ກຸມພາ 1985 ວ່າ ດ້ວຍການຖືເອົາວັນທີ 21 ມິຖຸນາ ໃນແຕ່ລະປີແມ່ນວັນສື່ມວນຊົນຫວຽດນາມ ເພື່ອຍົກສູງບົບບາດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງສື່ມວນຊົນ, ຮັດແໜ້ນການພົວພັນລະຫວ່າງສື່ມວນຊົນກັບມະຫາຊົນ, ເພີ່ມທະວີການຊີ້ນຳນຳພາຂອງພັກ ຕໍ່ສື່ມວນຊົນ.         ວັນທີ 21 ມິຖຸນາ 2000, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສື່ມວນຊົນຫວຽດນາມ, ຕາມຂໍ້ສະເໜີຂອງສະມາຄົມນັກຂ່າວຫວຽດນາມ, ກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິຫວຽດນາມ ໄດ້ເຫັນດີເອີ້ນ ວັນສື່ມວນຊົນຫວຽດນາມ ວ່າ ເປັນວັນສື່ມວນຊົນປະຕິວັດຫວຽດນາມ.         ຫວັງວ່າ, ບັນດາຂໍ້ມູນທີ່ກ່າວມາຂ້າງເຖິງນັ້ນຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັນສື່ມວນຊົນປະຕິວັດຫວຽດນາມ.
TAG
VOV/VOVworld/ວິ​ສາ​ຫະ​ກິດ​