ການທ່ອງທ່ຽວດຳນ້ຳຮັບຊົມປະກາລັງຢູ່ກາະ ຝູກວກ
16/03/2023 09:41
(VOVWORLD) - ຝູກວກ ບໍ່ພຽງແຕ່ດຶງດູກແຂກທ່ອງທ່ຽວຍ້ອນທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກຍັງດຶງດູດໃຈແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຍ້ອນມີການເຄື່ອນໄຫວ, ອາຫານການກິນທີ່ດູດດື່ມ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 327 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງລາວ. ໃນອາທິດຜ່ານມາ, ລາຍການພາກພາສາລາວ ໄດ້ຮັບອີເມວ ແລະ ຄຳເຫັນປະກອບຂອງທ່ານຜູ້ຟັງສົ່ງມາລາຍການ ອວຍພອນບັນດານັກຂ່າວ, ບັນນາທິການ, ໂຄສົກຍິງຂອງວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ. ຫວຽດ ນາມ ແມ່ນ ໜຶ່ງ ໃນ ບັນ ດາ ປະ ເທດ ປະ ຕິ ບັດ ເປົ້າ ໝາຍ ສະ ຫັດ ສະ ວັດ ກ່ຽວ ກັບ ຄວາມ ສະ ເໝີ ພາບ ລະ ຫວ່າງ ຍິງ - ຊາຍ ສຳ ເລັດ ໄວ ທີ່ ສຸດ . (ພາບປະກອບ: lyluanchinhtri.vn) ເພື່ອນ ອາເລັກ ແສງສຸວັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຫາລາຍການແບ່ງປັນວ່າ: “ ເນື່ອງ ໃນ ໂອ ກາດ ວັນ ແມ່ ຍິງ ສາ ກົນ 08 ມີ ນາ , ຂ້າ ພະ ເຈົ້າ ຂໍ ສົ່ງ ຄຳ ຂອບ ໃຈ ມາ ຍັງ ບັນ ດາ ແມ່ ຍິງ ທີ່ ໄດ້ ປະ ກອບ ສ່ວນ ສ້າງ ໂລກ ໃຫ້ ມີ ສີ ສັນ ຫຼາກ ຫຼາຍ . ຂ້າ ພະ ເຈົ້າ ໄດ້ ຮູ້ ວ່າ ປະ ຈຸ ບັນ ຫວຽດ ນາມ ແມ່ນ ໜຶ່ງ ໃນ ບັນ ດາ ປະ ເທດ ປະ ຕິ ບັດ ເປົ້າ ໝາຍ ສະ ຫັດ ສະ ວັດ ກ່ຽວ ກັບ ຄວາມ ສະ ເໝີ ພາບ ລະ ຫວ່າງ ຍິງ - ຊາຍ ແລະ ຍົກ ສູງ ທີ່ ຕັ້ງ ສຳລັບ ແມ່ ຍິງ ສຳ ເລັດ ໄວ ທີ່ ສຸດ . ຫວຽດ ນາມ ກໍ່ ພວມ ມາ ນະ ພະ ຍາ ຍາມ ປະ ຕິ ບັດ ໂຄງ ການ ດຳ ເນີນ ງານ ກ່ຽວ ກັບ ການ ພັດ ທະ ນາ ແບບ ຍືນ ຍົງ 2030, ໃນ ນັ້ນ ມີ ບັນ ດາ ເປົ້າ ໝາຍ ກ່ຽວ ກັບ ການ ຊຸກ ຍູ້ ຄວາມ ສະ ເໝີ ພາບ ລະ ຫວ່າງ ຍິງ - ຊາຍ ແລະ ມອບ ສິດ ໃຫ້ ແກ່ ແມ່ ຍິງ ແລະ ເດັກ ຍິງ . ຂ ໍ ສະແດງຄວາມຊົມເຊີຍຕໍ່ ບັນ ດາ ຜົນ ງານ ເຊິ່ງ ຫວຽດ ນາມ ບັນ ລຸ ໄດ້ ”. ສ່ວນເພື່ອນ ບຸນຄຳ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ແບ່ງປັນກັບລາຍການວ່າ: ໃນ ອາ ທິດ ຜ່ານ ມາ , ໂຮງ ຮຽນ 2 ພາ ສາ ລາວ - ຫວຽດ ນາມ ຫງວຽນ ຢູ ໄດ້ ຈັດ ພິ ທີ ສະ ເຫຼີມ ສະ ຫຼອງ 15 ປີ ແຫ່ງວັນ ສ້າງ ຕັ້ງ ໂຮງ ຮຽນ . ມີ ອະ ດີດ ນັກ ຮຽນ ເຊິ່ງ ແມ່ນ ລູກ ຫຼານ ຊາວຫວຽດ ນາມ ດຳ ລົງ ຊີ ວິດ ຢູ່ ລາວ , ກ ໍ່ ຄື ລູກ ຫຼານ ຊາວລາວ ໄດ້ ກັບ ຄືນໄປຢາມ ໂຮງ ຮຽນ . ຢູ່ ທີ່ນີ້ , ນັກ ຮຽນ ຂອງ ໂຮງ ຮຽນ ທັງ ໄດ້ຮຽນ ຫຼັດ ສູດ ການ ສິດ ສອນ ສາ ມັນ ຂອງ ລາວ , ທັງ ຮຽນ ພາ ສາຫວຽ ດ ເພື່ອ ຍາມ ໃດ ກໍ່ ຄິດ ຮອດ ຄິດ ເຖິງ ກົກ ເຄົ້າ ເຫງົ້າ ກໍ່ເປັນ ລູກ ຫຼານ ຊາວ ຫວຽດ ນາມ . ຂໍຂອບໃຈເພື່ອນ ບຸນຄຳ, ທີ່ໄດ້ແຈ້ງຂໍ້ມູນຂ່າວຢ່າງຈະແຈ້ງກ່ຽວກັບການເຄື່ອນໄຫວຂອງໂຮງຮຽນ 2 ພາສາ ລາວ - ຫວຽດນາມ. ຫວັງວ່າ, ຍາມໃດເພື່ອນກໍ່ຈະໃຫ້ຄວາມເອົາໃຈໃສ່ເຖິງການພົວພັນລະຫວ່າງ ຫວຽດນາມ - ລາວ, ກໍຄືຕິດຕາມ ແລະ ແບ່ງປັນຂໍ້ມູນມາຍັງລາຍການພາກພາສາລາວ ໃນໄລຍະຕໍ່ໄປດ້ວຍ.
TAG
VOV/VOVworld/ທ່ອງທ່ຽວ/ດຳນ້ຳທະເລ/ຊາຍແດນ/ເສດຖະກິດ
Related








