VOV WorldVOV World
ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື
10/09/2020 09:24
(VOVWORLD) -ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຈັດຕັ້ງ AIPA 41.
ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 440 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. + ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ, VOV ສືບຕໍ່ໄດ້ຮັບອີແມວ, ຂໍ້ຄວາມຜ່ານທາງ Facebook ມາຫາລາຍການສະແດງຄຳອວຍພອນວັນສ້າງຕັ້ງ VOV ຄົບຮອບ 75 ປີ (07 ກັນຍາ 1945 – 07 ກັນຍາ 2020). ໃນນັ້ນ, ເພື່ອນ ຄຳເພັດ, ພວມດຳລົງຊີວິດຢູ່ແຂວງ ຊຽງຂວາງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຂໍອວຍພອນໃຫ້ VOV ທີ່ມີອາຍຸຄົບຮອບ 75 ປີ. ອາດເວົ້າໄດ້ວ່າ, VOV ແມ່ນຂົວເຊື່ອມຕໍ່ສົ່ງບັນດາຄຸນຄ່າທາງດ້ານຈິດໃຈ, ວັດທະນະທຳຂອງຊາວຫວຽດນາມ ອອກສູ່ໂລກ ແລະ ເພື່ອນມິດສາກົນກັບຫວຽດນາມ. ຂ້າພະເຈົ້າໄດ້ຕິດຕາມຂ່າວທາງ VOV ເປັນປະຈຳ, ຍ້ອນນີ້ແມ່ນອົງການສື່ມວນຊົນທີ່ອອກຂ່າວກ່ຽວກັບບັນດາບັນຫາດ້ານການເມືອງ, ເສດຖະກິດ, ສັງຄົມ, ການຕ່າງປະເທດຢ່າງຮອບດ້ານ, ຊັດເຈນ ແລະ ທັນການ, ເປັນການຢັ້ງຢືນບົດບາດຂອງອົງການສື່ມວນຊົນແຖວໜ້າຂອງປະເທດຊາດ”. ເນື່ອງໃນໂອກາດນີ້, ບັນດາເພື່ອນຜູ້ຟັງອື່ນກໍ່ໄດ້ແບ່ງປັນຄວາມມັກຮັກທີ່ສະຫງວນໃຫ້ແກ່ VOV5. ໃນນັ້ນ, ເພື່ອນ Shivendu Paul, ດຳລົງຊີວິດຢູ່ອິນເດຍ ໄດ້ສົ່ງອີແມວ ມາຫາລາຍການໂດຍໃຫ້ຮູ້ວ່າ: ສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດ, ໃນນັ້ນວິທະຍຸຂອງຫຼາຍປະເທດໄດ້ຫຼຸດຜ່ອນເວລາອອກອາກາດ ຫຼື ຢຸດຕິການອອກອາກາດລາຍການພາກພາສາຕ່າງປະເທດໃນໄລຍະຊົ່ວຄາວ, ແຕ່ VOV5 ຍັງໄດ້ກະຈາຍສຽງຄົບທັງ 13 ພາສາ. ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VOV, ເພື່ອນປາດຖະໜາວ່າ VOV ຈະສືບຕໍ່ປ່ຽນແປງໃໝ່ເພື່ອບັນລຸຜົນສຳເລັດຫຼາຍກວ່າອີກ ແລະ ຍາມໃດກໍ່ເປັນເພື່ອນຜູ້ໜຶ່ງທີ່ໃກ້ຊິດສະໜິດສະໜົມ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ.
TAG
VOV/VOVworld/VOV/ສື່ມວນຊົນ/AIPA 41/ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ