ຄຳເຫັນຄຳຕິຊົມຂອງທ່ານຜູ້ຟັງຕໍ່ກັບພາກພາສາລາວໃນອາທິດຜ່ານມາ
05/04/2020 11:00
(VOVWORLD) -ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ. ໃນລາຍການກະຈາຍສຽງພາກນີ້ ພວກເຮົາຍາດເວລາຂໍຄັດສະເຫນີ ບາງຄຳເຫັນ ຄຳຕິຊົມຂອງທ່ານຜູ້ຟັງຕໍ່ກັບລາຍການພາກພາສາລາວ ພາຍຫລັງລາຍການໄດ້ລົງຂ່າວບົດກ່ຽວຂ້ອງເຖິງໂລກລະບາດ covid 19 ແລະ ປະກາດ ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”.

ພາຍຫຼັງປະກາດລະບຽບການ ແລະ ລາງວັນຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ມີທ່ານຜູ້ຟັງຫຼາຍທ່ານໄດ້ສະແດງຄວາມສົນໃຈ ແລະ ຢາກເຂົ້າຮ່ວມການເສັງດັ່ງກ່າວ. ໃນນັ້ນ, ທ່ານຜູ້ຟັງ ພອນຄຳສີ ສົມພານ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນດັ່ງນີ້: “ ຄຳ ຖາມ ກໍ ຄື ລາງວັນ ຂອງ ການ ເສັງ ດັ່ງ ກ່າວ ແມ່ນ ຈັບໃຈຫຼາຍ . ແນ່ນອນວ່າ ຂ້າ ພ ະ ເຈົ້າ ຈະ ເຂົ້າ ຮ່ວມ ການ ເສັງ ດັ່ງ ກ່າວ ”. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທີ່ໄດ້ຕອບສະໜອງການເສັງດັ່ງກ່າວ. ຫວັງວ່າ, ໃນຊຸມວັນຈະມາເຖິງ, ພວກຂ້າພະເຈົ້າຈະໄດ້ຮັບບົດເສັງຫຼາຍບົດຈາກທ່ານຜູ້ຟັງຝາກມາເຂົ້າຮ່ວມໃນລາຍການຕາມທີ່ຢູ່ laovov5@gmail.com ແລະ ຂໍໃຫ້ບັນດາທ່ານກາຍເປັນຜູ້ເຂົ້າຮ່ວມທີ່ມີບົດເສັງດີເລີດ ແລະໄດ້ຮັບລາງວັນທີ່ຈັບໃຈນີ້ຈາກຄະນະຈັດຕັ້ງ. ຂໍໃຫ້ທຸກທ່ານຈົ່ງໂຊກດີ! ພາຍຫຼັງໄດ້ລົງຂ່າວກ່ຽວກັບ “ລັດຖະບານຫວຽດນາມໜູນຊ່ວຍອຸປະກອນການແພດທີ່ຈຳເປັນ ດ້ວຍມູນຄ່າ 100.000 USDໃຫ້ແກ່ລັດຖະບານລາວ ແລະ ກຳປູເຈຍໃນເວັບໄຊ vovworld.vn ມີທ່ານຜູ້ຟັງຫຼາຍຄົນເປັນຕົ້ນແມ່ນທ່ານຜູ້ຟັງຫງວຽນຖ໊າຍຕວ້າຍ, ສົມເຜັດພົມມະວົງສາ, ເງິນ ວົງຄີລີ... ໄດ້ສະແດງຄວາມຄິດເຫັນ, ກົດແຊ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານຫວຽດນາມ. ທ່ານຜູ້ຟັງ Aaron Tiu ຈາກມານີລາ, ປະເທດຟີລິບປິນແລະທ່ານຜູ້ຟັງ Muhammad Aqeel Bashir ມາຈາກປາກິດສະຖານໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ສະແດງຄວາມຂອບໃຈມາຫາລາຍການກະຈາຍສຽງພາກພາສາລາວທີ່ໄດ້ອັບເດດສະພາບການໂລກລະບາດໂຄວິດ - 19 ໃນທົ່ວໂລກ. ທ່ານຜູ້ຟັງ Muhammad Aqeel Bashir ຂຽນວ່າ: “ກ່ອນ ອື່ນ ໝົດພວກ ຂ້າ ພະ ເຈົ້າຂໍ ສະ ແດງ ຄວາມ ຂອບ ໃຈ ລາຍ ການ ກະ ຈາຍ ສ ຽງ ພາກ ພາ ສາ ລາວທີ່ ໄດ້ ອັບ ເດດ ສະ ພາບ ການຫຼ້າ ສຸດ ກ່ຽວ ກັບເຊື້ອ ໄວ ຣັດ SARS – CoV – 2 ໃນ ທົ່ວ ໂລກ . ເຖິງວ່າ ຂ້າພະເຈົ້າອ່ານ ແລະ ຟັງພາສາລາວບໍ່ ເຂົ້າໃຈກໍ່ຕາມແຕ່ Google Translator ໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈເນື້ອໃນຂອງລາຍການ . ພວກເພື່ອນຍາມໃດກໍຈັດທຳບັນດາລາຍການທີ່ມ່ວນ ແລະ ມີປະໂຫຍດຫຼາຍສຳລັບທ່ານຜູ້ຟັງທີ່ຮູ້ພາສາລາວໃນທົ່ວໂລກ . ຂໍຂອບໃຈຖັນແຖວບັນນາທິການຂອງ VOV ” . ຈາກວຽງຈັນ, ລາວ, ເພື່ອນ ບຸນທະວີ ໄດ້ສົ່ງຂໍ້ຄວາມຜ່ານທາງFacebookມາຫາລາຍການໂດຍສະແດງຄວາມໃນໃຈວ່າ: ເມື່ອ ຕິດ ຕາມ ຂ່າວ ໃນ ເວັບ ໄຊ vovworld.vn ແລະບົດ ຂຽນ ຕ່າງໆ ທີ່ ເພື່ອ ນ ຄົນ ຫວຽດໄດ້ ແຊ ໃນ Facebook ຂ້າ ພະ ເຈົ້າ ຮູ້ ໄດ້ ວ່າ : ຫວຽດ ນາມ ໄດ້ ປະຕິບັດການ ປ້ອງ ກັນແລະ ສະ ກັດ ກັ້ນ ໂລກ ລະ ບາດ ໂຄວິດ - 19 ດ້ວຍຫຼາຍ ມາດ ຕະ ການ ທີ່ ຂ້ຽວ ຂາດໂດຍ ເຊິ່ງ ມີ ການ ເຂົ້າ ຮ່ວມ ຂອງ ທົ່ວ ພັກ , ທົ່ວ ກອງ ທັບແລະທົ່ວ ປວງ ຊົນ . ຂ້າ ພະ ເຈົ້າ ມີ ຄວາມ ຕື້ນ ຕັນ ໃຈຫຼາຍເມື່ອ ໄດ້ ຊົມ ບັນ ດາ ຮູບ ຖ່າຍ ຂອງ ບັນ ດາ ແພດ ໝໍ ກິນ ເຂົ້າ ຢ່າງ ຟ້າວ ຟັ່ງຫຼືບັນ ດາ ນາຍ ທະ ຫານ ຍາດ ແຍ່ງ ເວ ລາ ນອນ ຢູ່ ກັບ ເດີ່ນ ... ເຊິ່ງພວມມານະພະຍາຍາມຄວບຄຸມໂລກລະບາດ . ຂ້າພະເຈົ້າມີຄວາມຕືນຕັ້ນໃຈ ຫຼາຍ ແລະ ເຄົາລົບນັບຖືຕໍ່ຄວາມສາມັກຄີ ແລະ ວິທີຄວບຄຸມໂລກລະບາດຂອງລັດຖະບານຫວຽດນາມ . ຂໍຕາງໜ້າໃຫ້ທາງລາຍການ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງ ທີ່ໄດ້ຕິດຕາມຂ່າວ, ບົດໃນເວັບໄຊ ແລະ ສົ່ງຈົດໝາຍມາຫາລາຍການ. ຫວັງວ່າ, ພວກເຮົາທຸກຄົນ ຈະພ້ອມກັນປະຕິບັດຕາມຄຳກ່າວເຕືອນ ແລະ ຄຳແນະນຳຂອງອົງການສາທາລະນະສຸກ ເພື່ອຍູ້ໂລກລະບາດທີ່ອັນຕະລາຍນີ້ໃຫ້ຖອຍໄປໂດຍໄວ. ເພື່ອນລັດສະໝີ ຢູ່ ຫຼວງພະບາງ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: ປັດຈຸບັນຢູ່ລາວ ກໍກວດພົບບາງກໍລະນີຕິດເຊື້ອພະຍາດໂຄວິດ - 19 ແລ້ວ ແລະ ຂ້າພະເຈົ້າກໍ ໄດ້ຈຳກັດການອອກໄປຂ້າງນອກ ແລະ ປະຕິບັດການແຍກຕົວດ້ວຍຕົນເອງ . ເພື່ອບັນ ເທົາຄວາມເບື່ອໜ່າຍໃນເວລາຢູ່ເຮືອນ , ຂ້າພະເຈົ້າກຳລັງຊອກຮູ້ ແລະ ຂຶ້ນແຜນໃຫ້ແກ່ການໄປທ່ອງທ່ຽວຫວຽດນາມ ເມື່ອໂລກລະບາດສິ້ນສຸດລົງ . ສະຖານທີ່ ເຊິ່ງຂ້າພະເຈົ້າຈະເດີນທາງ ໄປໃນຕໍ່ໜ້າ ແມ່ນ ໂກນດ໋າວ . ນີ້ແມ່ນສະຖານທີ່ທ່ອງທ່ຽວ ເຊິ່ງຂ້າພະເຈົ້າມີຄວາມປາດຖະໜາຢາກໄປ ຢ້ຽມຢາມທື່ອໜຶ່ງ ເພື່ອຊອກຮູ້ກ່ຽວກັບຄຸກໂກນດ໋າວ . ຫວັງວ່າ ອ້າຍເອື້ອຍບັນນາທິການພາກພາສາລາວ ຈະແນະນຳບາງສະຖານທີ່ທ່ອງທ່ຽວ ໃຫ້ຂ້າພະເຈົ້າແດ່ ເມື່ອໄປທ່ອງທ່ຽວໂກນດ໋າວ . ຂໍຂອບໃຈ .
TAG
VOV/VOVworld/ຄໍາຕິຊົມ/ນອກຝັ່ງທະເລ/ຄຸກຢູ່ໂກນດ໋າວ/ສາທາລະນະສຸກ
Related








