VOV WorldVOV World
ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມເຮັດວຽກກັບສານປະຊາຊົນແຂວງ ເຊກອງ
05/01/2018 04:36
(VOVWORLD) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 267 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.
ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມເຮັດວຽກກັບສານປະຊາຊົນແຂວງ ເຊກອງ
ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ໄດ້ຮັບບັນດາຄຳອວຍພອນປີໃໝ່ສາກົນ 2018, ຜ່ານທາງ facebook. ໃນນັ້ນ, ເພື່ອນ Sharwan Kumar Gandhveer, ດຳລົງຊີວິດຢູ່ອິນເດຍ ໄດ້ສົ່ງອີແມວເຖິງລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າແມ່ນຜູ້ຟັງຂອງ VOV ມາເປັນເວລາຫຼາຍປີແລ້ວ, ເນື່ອງໃນໂອກາດບຸນປີໃໝ່ສາກົນ 2018 ນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາເພື່ອນທີ່ເຮັດວຽກຢູ່ VOV ໝົດທຸກຄົນປີໃໝ່ຈົ່ງມີແດ່ຄວາມສະຫງົບສຸກ. ແລະ ຂ້າພະເຈົ້າໄດ້ຕິດຕາມບັນດາລາຍການຂອງພວກເພື່ອນເປັນປະຈຳ.         ລາຍການພາກພາສາລາວ, VOV5 ຂໍຂອບໃຈທ່ານຜູ້ຟັງຫຼາຍທ່ານທີ່ໄດ້ສົ່ງຄຳອວຍພອນໄຊອັນປະເສີດໃຫ້ແກ່ລາຍການ, ກໍຄືບັນດານັກຂ່າວທີ່ພວມເຮັດວຽກຢູ່ VOV. ຂໍອວຍພອນໃຫ້ບັນດາທ່ານຜູ້ຟັງ ພ້ອມກັບຄອບຄົວປີໃໝ່ 2018 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດໃນວຽກງານຂອງຕົນ. ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາທ່ານຜູ້ຟັງຈະສືບຕໍ່ໂທລະສັບ, ສົ່ງອີແມວ ເຖິງລາຍການພາກພາສາລາວ ໃຫ້ຫຼາຍກວ່າອີກ, ເພື່ອປະກອບຄຳຄິດເຫັນຊ່ວຍລາຍການໃຫ້ນັບມື້ນັບພັດທະນາກວ່າ.
TAG
VOV/VOVworld/ປະ​ທານ​ສານ