ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ
27/09/2018 07:44
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ຝາກມາລາຍການ ໂດຍໄດ້ສະແດງຄວາມຮູ້ສຶກ ແລະ ມີບາງຄໍາຖາມກ່ຽວກັບເຂດປູຊະນີຍະສະຖານ - ວັດທະນະທໍາຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.

ເພື່ອນ ທິບພະວົງ ຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມທາງ facebook ມາຍັງລາຍການ ໂດຍເວົ້າວ່າ: ຂອບໃຈລາຍການພາກພາສາລາວ ທີ່ໄດ້ເອົາຮູບຖ່າຍບັນຍາກາດທີ່ເປັນເອກະລັກສະເພາະຂອງລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍລົງໃນເວັບໄຊ. ເມື່ອເບິ່ງຄືນບັນດາຮູບຖ່າຍຂອງບັນດາຖະໜົນ ກິມມ໋າ, ຟານດິງຟຸ່ງ ທີ່ມີໃບໄມ້ສີເຫຼືອງຫຼົ່ນຢູ່ເຕັມພື້ນ, ມີໂຄມໄຟ, ໜ້າກາກຫຼາຍຮູບຫຼາຍສີ ນັ້ນ ... ໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງ ໄລຍະທີ່ເປັນນັກສຶກສາຢູ່ຮ່າໂນ້ຍ. ຮ່າໂນ້ຍແມ່ນນະຄອນທີ່ສວຍງາມທີ່ສຸດ ແລະ ຊາວຮ່າໂນ້ຍກໍສະໜິດສະໜົມຮັກແພງ ແຂກຄົນ. ແນ່ນອນວ່າ ຂ້າພະເຈົ້າ ຈະກັບຄືນໄປຢ້ຽມຢາມຮ່າໂນ້ຍໃນໄວໆນີ້. ຂອບໃຈເພື່ອນ ທິບພະວົງ ທີ່ມີຄໍາຕິຊົມ ກໍຄືຄວາມຮູ້ສຶກທີ່ດີ ເມື່ອໄດ້ຊົມພາບສາລະຄະດີຂອງພວກເຮົາ. ຂໍອວຍພອນໃຫ້ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ກັບມາຢ້ຽມຢາມຮ່າໂນ້ຍໃນໄວໆນີ້. ເພື່ອນ ນານີ ສີບຸນເຮືອງ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາຍັງລາຍການ ໂດຍແບ່ງປັນວ່າ: ອາຫານການກິນຢູ່ຫວຽດນາມ ແມ່ນຫຼາກຫຼາຍ ແລະ ອຸດົມສົມບູນທີ່ສຸດ, ພິເສດແມ່ນເຂົ້າໜົມພື້ນເມືອງຊະນິດຕ່າງໆ. ໃນນັ້ນ, ເຂົ້າໜົມປ່ານ ແມ່ນເຂົ້າໜົມຊະນິດໜຶ່ງທີ່ ຄອບຄົວຂ້າພະເຈົ້າຕິດໃຈທີ່ສຸດ ໃນການໄປຢ້ຽມຢາມ ຫວຽດນາມ ຄັ້ງຜ່ານມາ. ແຕ່ວ່າ, ເມື່ອກັບມາວຽງຈັນແລ້ວ, ແມ່ນຫາເຂົ້າໜົມປ່ານຍາກທີ່ສຸດ. ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຄໍລໍາ ອາຫານການກິນຫວຽດນາມ ໃນເວັບໄຊຂອງລາຍການ ໂດຍໄດ້ແນະນໍາກ່ຽວກັບເຂົ້າໜົມປ່ານ ແລະວິທີເຮັດເຂົ້າໜົມນີ້ອີກດ້ວຍ, ຈັ່ງແມ່ນໂຊກ ແລະ ດີໃຈຫຼາຍ! ແນ່ນອນວ່າ ນ້ອງຈະລອງເຮັດສູ່ຄອບຄົວກິນ. ຂອບໃຈບັນດາ ເອື້ອຍອ້າຍບັນນາທິການລາຍການພາກພາສາລາວຫຼາຍໆ. ຂໍໃຫ້ພວກເອື້ອຍອ້າຍບັນນາທິການ ຍາມໃດກໍມີສຸຂະພາບແຂງແຮງ, ສືບຕໍ່ແນະນໍາອາຫານເຍື່ອງຕ່າງໆອີກຫຼາຍຢ່າງ ແລະ ບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດອື່ນໃຫ້ແກ່ມະຫາຊົນ. ຂອບໃຈເພື່ອນ ນານີ ຫຼາຍໆ. ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະເຮັດເຂົ້າໜົມປ່ານສໍາເລັດ ແລະ ພ້ອມດ້ວຍຄອບຄົວກິນເຂົ້າໜົມພື້ນເມືອງຂອງຫວຽດນາມ ເຕັມໄປດ້ວຍຄວາມອົບອຸ່ນ. ເພື່ອນ ສຸກສະດາ ສຸດທິໄຊ ຢູ່ແຂວງ ໄຊຍະບູລີ ໄດ້ສົ່ງຂໍ້ຄວາມທາງ facebook ມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວຢູ່ ເວັບໄຊ vov world.vn ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບກຸ່ມປູຊະນີຍະສະຖານ ເຮືອງເຊີນ ໄດ້ຮັບຮອງວ່າ ເປັນກຸ່ມປູຊະນີຍະສະຖານລະດັບຊາດພິເສດ. ດັ່ງນັ້ນ, ຂ້າພະເຈົ້າຢາກຮູ້ລາຍລະອຽດກວ່າ ກ່ຽວກັບເຂດປູຊະນີຍະສະຖານດັ່ງກ່າວ.
TAG
VOV/VOVworld/ກຸ່ມປູຊະນີຍະສະຖານເຮືອງເຊີນ/ເຂົ້າໜົມປ່ານ/ໂຄມໄຟ
Related








