ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ
22/11/2018 05:21
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 263 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 38 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ສະແດງຄວາມຮູ້ສຶກ, ຢາກຊອກຮູ້ກ່ຽວກັບດ້ານເສດຖະກິດ, ສາສະໜາຂອງ ຫວຽດນາມ ແລະ ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ. ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ສຸມາລີ, ເພື່ອນ ສຸກດາວັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ຈັກຕື່ມ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວໃໝ່ຢູ່ ຮ່າໂນ້ຍ. ທ່ານຜູ້ຟັງທີ່ເຄົາລົບ! ຫວ່າງແລ້ວນີ້, ຢູ່ນະຄອນຫລວງວຽງຈັນ ໄດ້ດຳເນີນກອງປະຊຸມການນຳສາສະໜາພຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ. ກອງປະຊຸມໄດ້ຮັບການຈັດຕັ້ງແມ່ນເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມື, ພັດທະນາສາສະໜາພຸດ, ສ້າງຊີວິດການເປັນຢູ່ໃຫ້ມີຄວາມສັນຕິສຸກ ໃຫ້ແກ່ປະຊາຊົນ 3 ປະເທດ. ພາຍຫລັງເຫດການນີ້, ທ່ານຜູ້ຟັງຫລາຍທ່ານກໍ່ໄດ້ສົ່ງຈົດໝາຍມາຍັງລາຍການ ຢາກຮູ້ແຈ້ງກ່ວາກ່ຽວກັບກອງປະຊຸມດັ່ງກ່າວ. ໃນນັ້ນ, ເພື່ອນ ຈັນດອນ ຢູ່ນະຄອນຫລວງວຽງຈັນ ແລະ ເພື່ອນ ປາໂນສອນ ຢູ່ແຂວງຜົ້ງສາລີ ມີຄວາມສົນໃຈເປັນພິເສດກ່ຽວກັບການພົວພັນຮ່ວມມືລະຫວ່າງອົງການພຸດທະສາສະໜາ 3 ປະເທດໃນໄລຍະຈະມາເຖິງ. ກອງປະຊຸມການນຳສາສະໜາພຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພື່ອນ ຈັນດອນ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ອົງການພຸດທະສາສະໜາ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ເຄີຍມີການພົວພັນແລກປ່ຽນ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານແລ້ວ. ທີ່ກອງປະຊຸມການນຳສາສະໜາພຸດ 3 ປະເທດຄັ້ງນີ້, ບັນດາລາຍການພົບປະແລກປ່ຽນ, ການຮ່ວມມືໄດ້ຮັບການວາງແຜນໄວ້ຢ່າງລະອຽດ. ຕົວຢ່າງຄື: ການຈັດຕັ້ງບັນດາຄະນະຜູ້ແທນຢ້ຽມຢາມກັນ, ການພົວພັນແລກປ່ຽນໂດຍກົງກ່ຽບກັບການສຶກສາ, ວັດທະນະທຳ. ບັນດາການເຄື່ອນໄຫວທຳມະພຸດທະສາສະໜາ, ການກຸສົນສັງຄົມ, ໜູນຊ່ວຍສັງຄົມ, ການໝູນໃຊ້ບັນດາຜົນງານຂອງຍຸກສະໄໝເຕັກໂນໂລຊີ 4.0 ເຂົ້າໃນການເຄື່ອນໄຫວພຸດສາສະໜາກໍ່ໄດ້ຮັບການປຶກສາຫາລື, ເຫັນດີເປັນເອກະພາບກັນຈາກການນຳອົງການພຸດທະສາສະໜາທັງ 3 ປະເທດ. ພະອາຈານໃຫຍ່ ທິກດຶກທ້ຽນ - ຮອງປະທານທັງເປັນເລຂາທິການໃຫຍ່ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ: ອາດເວົ້າໄດ້ວ່າ, ກອງປະຊຸມຄັ້ງນີ້, ໄດ້ຍົກວິໄສທັດຂຶ້ນໃໝ່ໃນການພົວພັນຮ່ວມມືຂອງ ອົງການພຸດທະສາສະໜາ 3 ປະເທດ, ໃນສະພາບທີ່ປະຊາຄົມ ອາຊຽນ ໄດ້ກາຍເປັນກຸ່ມກ້ອນເອກະພາບໜຶ່ງດຽວ. ໜຶ່ງໃນ 3 ເສົາຄ້ຳພັດທະນາຂອງປະຊາຄົມ ອາຊຽນ ແມ່ນວັດທະນະທຳ, ແລະ ສາສະໜາກໍ່ນອນໃນດ້ານວັດທະນະທຳ. ດັ່ງນັ້ນ, ການນຳ ອົງການພຸດທະສາສະໜາທັງ 3 ປະເທດໄດ້ກຳນົດຄວາມຮັບຜິດຊອບຂອງຕົນແມ່ນສາມັກຄີປະຊາຄົມພຸດທະສາສະນິກະຊົນ, ສາມັກຄີຊົນຊາດຊົນເຜົ່າ, ເພື່ອສ້າງສາປະເທດຊາດໃຫ້ວັດທະນາຖາວອນ, ຮຸງເຮືອງສີວິໄລ, ພ້ອມທັງສ້າງ ອາຊຽນ ກາຍເປັນປະຊາຄົມພັດທະນາຢ່າງໝັ້ນຄົງເຂັ້ມແຂງໃນໄລຍະເຊື່ອມໂຍງເຂົ້າກັບສາກົນ. ພະອາຈານໃຫຍ່ ທິກດຶກທ້ຽນ ຕອບສຳພາດຕໍ່ນັກຂ່າວ VOV ກອງປະຊຸມການນຳອົງການພຸດທະສາສະໜາ 3 ປະເທດ ລາວ - ຫວຽດນາມ - ກຳປູເຈຍ ຄັ້ງທີ 2 ຄາດວ່າຈະໄດ້ຈັດຕັ້ງໃນປີ 2020 ຢູ່ ຫວຽດນາມ ດ້ວຍຄວາມຮັບຜິດຊອບ ສືບຕໍ່ຮັກສາກອງປະຊຸມ ປຽບເໝືອນໂອກາດເພື່ອຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ.
TAG
VOV/VOVworld/ເຂດເສດຖະກິດພິເສດ/ສາສະໜາພຸດ/ລາວ/ເສດຖະກິດ
Related








