VOV WorldVOV World
ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ
10/01/2019 05:25
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 261 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 10 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…
ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ
ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການ ແລະ ສະແດງຄວາມສົນໃຈເຖິງບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. (ພາບປະກອບ)  ໃນອາທິດຜ່ານມາ, ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຫລວງນ້ຳທາ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: ສະບາຍດີປີໃໝ່, ຂອບໃຈທາງລາຍການພາກພາສາ ລາວ ທີ່ໄດ້ແນະນຳບັນດາບົດຂຽນທີ່ມ່ວນ, ມີຂ່າວຄາວຢ່າງອຸດົມສົມບູນ, ສ້າງຄວາມດຶງດູດ ເຊິ່ງໄດ້ອອກອາກາດໃນຕະຫລອດປີ 2018 ເພື່ອຮັບໃຊ້ຜູ້ຟັງ ລາວ. ພິເສດ ເພື່ອນ ເບັ້ນ ພິມມະສອນ ໄດ້ຂອບໃຈລາຍການທີ່ໄດ້ສົ່ງປະຕິທິນປີໃໝ່ໃຫ້, ລາວໃຫ້ຮູ້ວ່າ: ເຖິງວ່າຂອງຂວັນຈະນ້ອຍກໍ່ຕາມ ແຕ່ມັນພັດມີຄວາມໝາຍຢ່າງໃຫຍ່ຫລວງສຳລັບຕົວລາວເອງໃນໂອກາດປີໃໝ່ນີ້. ເພື່ອນ ເບັ້ນ ພິມມະສອນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ! ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານທີ່ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ. ເນື່ອງໃນໂອກາດປີໃໝ່ ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ແລະ ຮອບດ້ານກ່ວາໃຫ້ແກ່ຜູ້ຟັງ ຜູ້ອ່ານ, ຂໍຂອບໃຈ. ເພື່ອນ ພັນນີ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມຕົ້ນແຕ່ມື້ໃດຮອດມື້ໃດ ແລະ ຂໍໃຫ້ທາງລາຍການແນະນຳບາງການເຄື່ອນໄຫວໃນຊ່ວງບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃຫ້ຂ້າພະເຈົ້າຮັບຮູ້ແດ່ໄດ້ບໍ ? ຂໍຂອບໃຈ         ເພື່ອນ ພັນນີ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນບຸນສຳຄັນທີ່ສຸດໃນປີ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ຕາມປົກກະຕິແລ້ວ ແມ່ນເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ວັນພັກບຸນເຕັດໃຫ້ພະນັກງານ, ລັດຖະກອນທັງໝົດແມ່ນ 9 ວັນ (ເຊິ່ງເລີ່ມແຕ່ວັນທີ 02 – 10 ກຸມພາ 2019). ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ, ພ້ອມກັນຢື້ຢາມຖາມຂ່າວຍາດຕິພີ່ນ້ອງ, ເພື່ອນມິດ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດເຄີຍມີການຄະລຳ. ເພື່ອມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໃນເວັບໄຊ vovworld.vn ໃນໄລຍະຈະມາເຖິງ. ໃນນັ້ນ ຈະມີບັນດາບົດຂຽນກ່ຽວກັບຮີດຄອງປະເພນີໃນຍາມບຸນເຕັດຂອງຊາວ ຫວຽດນາມ . ເພື່ອນ ແອນລີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າຮັກປະເທດ ຫວຽດນາມ ທີ່ສຸດ. ໃນໄລຍະຈະມາເຖິງ ຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ 2 ພາກໃຕ້ - ເໜືອ ຂອງປະເທດ ຫວຽດນາມ. ຂ້າພະເຈົ້າຮູ້ວ່າຢູ່ຜືນແຜ່ນດິນຕອນດຽວກັນກໍ່ຕາມ ແຕ່ອາກາດຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ພັດມີຄວາມແຕກຕ່າງກັນຫລາຍ. ໂດຍຜ່ານທາງລາຍການ ຂ້າພະເຈົ້າຫວັງວ່າ ບັນດາອ້າຍເອື້ອຍບັນນາທິການ ຈະແນະນຳໃຫ້ແກ່ຂ້າພະເຈົ້າ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບອາກາດຢູ່ 2 ພາກນີ້. (ພາບປະກອບ)  ເພື່ອນ ແອນລີ ທີ່ຮັກແພງ ! ອາກາດຢູ່ ຮ່າໂນ້ຍ ມີຈຸດທີ່ພົ້ນເດັ່ນແມ່ນອາກາດໂຊນຮ້ອນລົມມໍລະສຸມຊຸ່ມ ຕາມນັ້ນແລ້ວ ລະດູຮ້ອນແມ່ນຮ້ອນເອົ້າ, ມີຝົນຕົກຫລາຍ,  ສ່ວນລະດູໜາວພັດໜາວໂພດ ແລະ ມີຝົນຕົກໜ້ອຍກ່ວາ. ເນື່ອງຈາກວ່າ ຮ່າໂນ້ຍ ມີ 2 ໄລຍະເວລາປ່ຽນລະດູລະຫວ່າງລະດູຝົນ ແລະ ລະດູແລ້ງ ຍ້ອນເຫດນັ້ນ ຈຶ່ງມີລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ. ໃນຂະນະນັ້ນ ອາກາດຢູ່ ນະຄອນ ໂຮ່ຈີມິນ ມີຄຸນລັກສະນະຢູ່ໃກ້ກັບເສັ້ນສູນສູດ, ສະນັ້ນ ຈຶ່ງມີອຸນຫະພູມຂຶ້ນສູງເປັນປົກກະຕິ, ແລະ ໃນປີມີພຽງແຕ່ 2 ລະດູເທົ່ານັ້ນ ນັ້ນແມ່ນລະດູຝົນ ແລະ ລະດູແລ້ງ. ປະມານແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ, ຮ່າໂນ້ຍ ກ້າວເຂົ້າສູ່ລະດູຮ້ອນ ດ້ວຍອຸນຫະພູມສະເລ່ຍປະມານແຕ່ 30 – 38 ອົງສາ C. ແຕ່ເດືອນ ພະຈິກ ຫາເດືອນ ມີນາ ປີຕໍ່ໄປ, ຮ່າໂນ້ຍ ຈະປ່ຽນເປັນລະດູໜາວ, ອຸນຫະພູມອາດຈະຫລຸດລົງແຕ່ 9 – 10 ອົງສາ C. ໃນຂະນະນັ້ນ, ຢູ່ພາກໃຕ້, ນະຄອນ ໂຮ່ຈີມິນ ແຕ່ເດືອນ ພຶດສະພາ ຫາເດືອນ ພະຈິກ ແມ່ນລະດູຝົນ. ແຕ່ເດືອນ ທັນວາ ຫາເດືອນ ເມສາ ປີຕໍ່ໄປ ແມ່ນລະດູແລ້ງ, ອຸນຫະພູມລະເລ່ຍໃນປີປະມານແຕ່ 20 – 30 ອົງສາ C. ຄວາມແຕກຕ່າງກັນກ່ຽວກັບດິນຟ້າອາກາດລະຫວ່າງບັນດາເຂດພາກນັ້ນ ໄດ້ປະກອບສ່ວນສ້າງພູມອາກາດຫລາຍຮູບຫລາຍແບບ. ຊາວ ຮ່າໂນ້ຍ ຢາກຫລົບຫລີກຈາກຄວາມໜາວກໍ່ສາມາດໄປນະຄອນ ໂຮ່ຈີມິນ ແລະ ກົງກັນຂ້າມ. ພວກຂ້າພະເຈົ້າຫວັງວ່າ, ຂໍ້ມູນຂ່າວດັ່ງກ່າວ ຈະຊ່ວຍໃຫ້ເພື່ອນ ແອນລີ ມີຄວາມສະດວກກ່ວາ ໃນໂອກາດມາທ່ອງທ່ຽວຢູ່ ຫວຽດນາມ.         ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ , ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com . ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.
TAG
VOV/VOVworld/ອີ​ແມວ/ໂທ​ລະ​ສັບ/ແອັດ​ສະ​ປາຍ/ອັງ​ກິດ/ຍີ່​ປຸ່​ນ/ກຳ​ປູ​ເຈຍ/ໄທ​