VOV WorldVOV World
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາ​ງ​ສະ​ບັບ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ
21/03/2019 06:00
(VOVWORLD) - ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງຝາກມາລາຍການ. ໃນຈົດໝາຍ, ນອກຈາກບັນດາຄຳສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳໃນເວັບໄຊຂອງ VOV5 ແລ້ວນັ້ນ, ການທ່ອງທ່ຽວຍາມໃດກໍແມ່ນຫົວຂໍ້ທີ່ທ່ານຜູ້ຟັງມີຄວາມສົນໃຈຫຼາຍທີ່ສຸດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາ​ງ​ສະ​ບັບ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ
ທ່ານຜູ້ຟັງທີ່ເຄົາລົບ! ຫວ່າງແລ້ວນີ້, ຫວຽດນາມ ມີຄວາມເປັນກຽດ ຖືກ ຄັດເລືອກ ເປັນ 1 ໃນ 14 ສະຖານທີ່ທ່ອງທ່ຽວໄດ້ຮັບຄວາມນິຍົມໃນ ປີ 2019 ຈາກ ວາລະສານ Forbes ແລະ ເຫດການດັ່ງກ ່ າ ວ ໄດ້ດຶງດູດ ຄວາມຢາກຮູ້ຢາກເຫັນ ແລະ ຄວາມສົນໃຈຂອງທ່ານຜູ້ຟັງ ຫຼາຍຄົນ . ນອກຈາກຄຳ ສະແດງຄວາມຄິດເຫັນທີ່ວ່າ “ດີໃຈນຳຫວຽດນາມເດີ”, “ ປະເທດຫວຽດນາມສວຍງາມແທ້ໆ ” ... ຍັງມີຜູ້ຟັງຫຼາຍຄົນຢາກຮູ້ກ່ຽວກັບມາດຖານ ການ ຄັດເລືອກຂອງວາລະສານດັ່ງກ່າວ ແລະ ນັ້ນກໍແມ່ນຄຳຖາມຂອງເພື່ອນ ສຸວັນນີ ຢູ່ແ ຂ ວງວຽງຈັນ ທີ່ໄດ້ຝາກມາລາຍການ .
TAG
VOV/VOVworld/ກວານເຊີນ/ເມື່ອງເຊຍ/ວຽງໄຊ/ກາເຟໄຂ່