VOV WorldVOV World
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາ​ກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ
01/08/2019 06:48
(VOVWORLD) - ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ທີ່ດຳເນີນໃນອາທິດຜ່ານມາ ໄດ້ດຶງດູດຄວາມສົນໃຈຂອງຜູ້ຟັງລາວຫຼາຍຄົນ ເປັນຕົ້ນແມ່ນ ງານປະກວດສຽງເພງອາຊຽນ +3, ກອງປະຊຸມສຳມະນາວິທະຍາສາດກ່ຽວກັບສື່ມວນຊົນ ຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ, ການເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ... ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ທີ່ທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາ​ກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ
        ຫວ່າງມໍ່ໆມານີ້ ວາລະສານທ່ອງທ່ຽວTravel and Leisure ໄດ້ຄັດເລືອກເອົານະຄອນ ໂຮ້ຍອານ (ກວ໋າງນາມຂອງຫວຽດນາມ) ແມ່ນນະຄອນທີ່ສວຍງາມທີ່ສຸດໃນໂລກ. ເມື່ອບັນດາພາບຖ່າຍກ່ຽວກັບນະຄອນ ໂຮ້ຍອານ ໄດ້ເອົາລົງໃນເວັບໄຊ vovwolrd.vn ຂອງລາຍການກະຈາຍສຽງພາກພາສາລາວນັ້ນ ທ່ານຜູ້ຟັງລາວຫຼາຍຄົນກໍ່ໄດ້ສົ່ງຂໍ້ຄວາມ ແລະ comment ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອໄປຢ້ຽມຢາມ ໂຮ້ຍອານ. ໃນນັ້ນມີເພື່ອນ ມະນີນຸດ ແຄນທະວົງ. ເພື່ອນຂຽນວ່າ:         “ຂ້າພະເຈົ້າໄດ້ມີໂອກາດເດີນທາງໄປທ່ຽວຢູ່ ນະຄອນໂຮ້ຍອານແລ້ວ, ຂ້າພະເຈົ້າ ມີຄວາມປະທັບໃຈຫຼາຍ, ບໍ່ວ່າຈະແມ່ນ ເຮືອນຊານບ້ານຊ່ອງ, ທີ່ອະນຸລັກຮັກສາ ຈຸດວັດທະນະທຳອັນເກົ່າແກ່ໄວ້ໄດ້ເປັນຢ່າງດີ, ຫາກອາຫານການກິນ ກໍມີ ລົດ ຊາດແຊບຊ້ອຍ , ການເດີນທາງກໍ່ສະດວກສະບາຍ ພິເສດແມ່ນໃບໜ້າຍິ້ມແຍ້ມແຈ່ມໃສ່ຂອງຊາວນະຄອນ ໂຮ້ຍອ່ານ ທີ່ຄິດເຖິງຍາມໃດກໍ່ຄິດຮອດຍາມນັ້ນ ແລະຂ້າພະເຈົ້າຄິດວ່າຖ້າມີໂອກາດ ແນ່ນອນວ່າຂ້າພະເຈົ້າຈະຕ້ອງກັບມາຢ້ຽມຢາມນະຄອນໂຮ້ຍອານອີກເທື່ອໜຶ່ງຢ່າງແນ່ນອນ”.
TAG
VOV/VOVworld/ສື່ມວນຊົນ/ສັງກາດດີຈີຕອນ/ນະຄອນໂຮ້ຍອານ