VOV WorldVOV World
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ
22/08/2019 09:52
(VOVWORLD) - ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄວ້ນ ດ້ວຍເນື້ອໃນທີ່ແຕກຕ່າງກັນ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ກໍຄືຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ແລະ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ຕອບ​ບາງ​ຄຳ​ຖາມ ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ ແລະ ​ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ
ທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດຜ່ານມາ ອ້າຍເຈິ່ນກວາງຮ໊ຽວ, ປັດຈຸບັນພວມເຮັດວຽກຢູ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງອີເມວມາຍັງລາຍການ ໂດຍມີບົດເພງໜຶ່ງເປັນພາສາຫວຽດ ຕິດຄັດມາພ້ອມ ແລະ ເພິ່ນໄດ້ແບ່ງປັນວ່າ: ປີ 2018, ລາວມີໂອກາດໄດ້ໄປປະຕິບັດງານຢູ່ລາວ ແລະ ໄດ້ໄປຢ້ຽມຢາມຫຼວງພະບາງ. ຕໍ່ກັບຄວາມງາມຂອງແມ່ນ້ຳຂອງງໍໂງ້ງ, ພູສີ, ຫໍພະບາງ, ນ້ຳຕົກຕາດກວາງຊີ ແລະ ບັນດາເຍື່ອງອາຫານທີ່ເຜັດແຊບນັ້ນ.... ໄດ້ເປັນແຫຼ່ງບັນດານໃຈໃຫ້ລາວ ແຕ່ງບົດກອນທີ່ມີຊື່ວ່າ “ຫຼວງພະບາງຍາມແລງ”. ເມື່ອກັບເມືອຫວຽດນາມ, ລາວໄດ້ແຕ່ງດົນຕີບົດກອນດັ່ງກ່າວ ແລະ ໄດ້ປ່ຽນມາເປັນບົດເພງທີ່ມີຊື່ວ່າ “ຄິດຮອດຫຼວງພະບາງ”.  
TAG
VOV/VOVworld/ທະເລຊາຍ/ໂນນຊາຍ ມຸ໋ຍຢິງ