VOV WorldVOV World
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ VOV5 ​ກໍ​ຄື ລາຍການ​ພາກ​ພາສາ​ລາວ​ໃນ​ອາທິດຜ່ານ​ມາ
05/03/2020 06:42
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງອີກຕາມເຄີຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້. ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ຂອງວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍຫຼາຍສະບັບຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ ເຊິ່ງມີເນື້ອໃນກ່ຽວຂ້ອງເຖິງໂລກລະບາດ Covid – 19 ພ້ອມທັງມີຫຼາຍຄໍາຖາມທີ່ເປັນປະໂຫຍດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາ VOV5 ກໍຄື ລາຍການພາກພາສາລາວໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍບາງ​ສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ VOV5 ​ກໍ​ຄື ລາຍການ​ພາກ​ພາສາ​ລາວ​ໃນ​ອາທິດຜ່ານ​ມາ
       ພາຍຫຼັງໄດ້ອ່ານຂ່າວທີ່ວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ເຮັດວຽກກັບ ວິທະຍຸກະຈາຍສຽງຫວຽດນາມ (VOV), ທ່ານຜູ້ຟັງ ພິຈິດ ທອງພຸມ, ຈາກປະເທດໄທ ໄດ້ສະແດງຄວາມໃນໃຈໂດຍໃຫ້ຮູ້ວ່່າ: “ເມື່ອໄດ້ອ່ານຂ່າວ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ເຮັດວຽກກັບ VOV, ຂ້າພະເຈົ້າດີໃຈຫຼາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ທ່ານຜູ້ຟັງທຸກຄົນ ຈະໄດ້ຮັບຂໍ້ມູນຫຼາຍຢ່າງທີ່ເປັນປະໂຫຍດຈາກ VOV. VOV ຍາມໃດກໍແມ່ນສື່ທີ່ສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນ ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບພັກ ແລະ ລັດ ຫຼາຍກວ່າ. ໃນຕະຫຼອດໄລຍະ 75 ປີຜ່ານມາ, VOV ໄດ້ເປັນຂົວຕໍ່ດ້ານຈິດໃຈ, ວັດທະນະທໍາຂອງຊາວຫວຽດນາມ ກັບເພື່ອນມິດສາກົນ, ປະຕິເສດບັນດາຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນໍາພາຂອງພັກ ແລະ ລັດ, ຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດຂອງປະເທດຊາດ ແລະ ຊີວິດຫຼາຍກວ່າອີກ”. ກ່ອນນີ້ ສອງອາທິດ, ບັນດາລາຍການກະຈາຍສຽງຂອງ VOV5 ໄດ້ແນະນຳເຖິງທ່ານຜູ້ອ່ານບັນດາພາບຖ່າຍກ່ຽວກັບ ຄວາມງາມໃນການອອກແບບສະຖາປັດຕະຍາກຳ ຂອງເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ໃນເວັບໄຊ vovworld.vn. ພາຍຫຼັງໄດ້ຮັບຊົມບັນດາພາບຖ່າຍດັ່ງກ່າວ, ເພື່ອນ Kailimantan ຈາກ ອິນໂດເນເຊຍ ໄດ້ຖາມວ່າ: “ ເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳແລ້ວບໍ?” ເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ຢູ່ເລກທີ 128C ຖະໜົນດ້າຍລາ           ເພື່ອນ Kailimantan ແລະ ທ່ານຜູ້ຟັງທີ່ຮັກແພງ! ເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ຍັງບໍ່ທັນໄດ້ຮັບການຮັບຮອງໃຫ້ເປັນມໍລະດົກວັດທະນະທຳເທື່ອ. ເຖິງຢ່າງໃດກໍຕາມ, ໃນວັນທີ 25 ກຸມພາ ຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຮັດວຽກກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ, ສະມາຄົມສະຖາປະນິກຫວຽດນາມ ແລະ ສະມາຄົມນັກຄົ້ນຄວ້າ - ອະນຸລັກຮັກສາສະຖາປັດຕະຍາກຳທີ່ທັນສະໄໝຫວຽດນາມ ກ່ຽວກັບການອະນຸລັກຮັກສາກິດຈະກຳປະຫວັດສາດ ສະຖານີກະຈາຍສຽງ ແບັກມາຍ. ທີ່ການເຮັດວຽກ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບການດຳເນີນການສ້າງສຳເນົາເອກະສານ, ຜັນຂະຫຍາຍລະບຽບການຕ່າງໆ ເພື່ອຮັບຮອງເອົາເຮືອນວິນລາບູຮານ ສະຖານີກະຈາຍສຽງ ແບັກມາຍ ຢູ່ເລກທີ 128C ຖະໜົນດ້າຍລາ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ເປັນ ປູຊະນີຍະສະຖານ ການປະຕິວັດແຫ່ງການຕໍ່ຕ້ານ.         ໃນອາທິດຜ່ານມາ ມີທ່ານຜູ້ຟັງຄົນລາວທ່ານໜຶ່ງ ຊື່ວ່າ ວຽງຄຳ, ລາວເຄີຍຮຽນປະລິນຍາຕີຢູ່ຫວຽດນາມ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດສບຸກ ມາຫາລາຍການພາກພາສາລາວ ໂດຍມີເນື້ອໃນດັ່ງນີ້: “ຂ້າພະເຈົ້າ ເຄີຍຮຽນຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເປັນເວລາ 5 ປີ ແລະ ປັດຈຸບັນກຳລັງເຮັດວຽກຢູ່ຮ່າໂນ້ຍ. ເພື່ອໃຫ້ມີຄວາມສະດວກໃນການທ່ຽວໄປມາ ຢູ່ຫວຽດນາມ, ຂ້າພະເຈົ້າ ຢາກປ່ຽນໃບຂັບຂີ່ ລົດຈັກ ແລະ ລົດໃຫຍ່ຂອງລາວ ເປັນໃບຂັບຂີ່ຂອງຫວຽດນາມ, ຂ້າພະເຈົ້າຕ້ອງເຮັດແນວໃດ? ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາອ້າຍເອື້ອຍບັນນາທິການລາຍການພາກພາສາລາວ. ຂໍຂອບໃຈ.”         ເພື່ອນ ວຽງຄຳ ທີ່ຮັກແພງ! ໂດຍອີງໃສ່ມາດຕາ 41 ຂອງຄໍາສັ່ງແນະນໍາສະບັບເລກທີ 12/2017 ຂອງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ກ່ຽວກັບລະບຽບການປ່ຽນໃບຂັບຂີ່ ຫຼື ໃບຂັບຂີ່ຂອງຕ່າງປະເທດ ລະອຽດດັ່ງນີ້: ເພື່ອນຕ້ອງເຮັດສຳເນົາເອກະສານຊຸດໜຶ່ງ ແລ້ວໄປຍື່ນໂດຍກົງໃຫ້ກົມໃຫຍ່ທາງບົກຫວຽດນາມ ຫຼື ພະແນກຄົມມະນາຄົມຂົນສົ່ງ ບ່ອນທີ່ເພື່ອນຈົດທະບຽນພັກເຊົາຊົ່ວຄາວ ຫຼື ດຳລົງຊີວິດໄລຍະຍາວ. ສຳເນົາເອກະສານລວມມີດັ່ງນີ້: -      ໃບຄຳຮ້ອງຂໍປ່ຽນໃບຂັບຂີ່. -      ໃບຂັບຂີ່ສະບັບແປເປັນພາສາຫວຽດ ໂດຍໄດ້ຮັບການຢັ້ງຢືນຄຸນນະພາບຈາກອົງການທະບຽນເອກະສານ ຫຼື ສະຖານທູດລາວ ປະຈຳ ຫວຽດນາມ (ສະບັບສຳເນົາ) ແລະ ໄດ້ຈ້ຳກາເຈ້ຍທັງສອງໃບແປະໃສ່ກັນ ກັບໃບຂັບຂີ່ສະບັບສຳເນົາ. -      ໜັງສືຜ່ານແດນ ສະບັບສຳເນົາ (ໂດຍສຳເນົາເອົາໜ້າທີ່ມີຮູບ, ຊື່ ແລະ ນາມສະກຸນເຈົ້າຂອງໜັງສືຜ່ານແດນ, ວັນເດືອນປີໝົດຜົນສັກສິດ ແລະ ໜ້າກາຈ້ຳເຂົ້າເມືອງຫວຽດນາມ); ບັດພັກເຊົາສະບັບສຳເນົາ, ບັດພັກເຊົາຊົ່ວຄາວ ຫຼື ໃບຢັ້ງຢືນດຳລົງຊີວິດແບບຍາວນານຢູ່ຫວຽດນາມ. ເມື່ອເພື່ອນໄປຍື່ນເອກະສານດັ່ງກ່າວ, ເພືິ່ອນຈະຕ້ອງໄດ້ຖ່າຍຮູບໂດຍກົງ ຢູ່ອົງການອອກໃບຂັບຂີ່ ແລະ ຕ້ອງແຈ້ງເອກະສານຕົ້ນສະບັບ ເພື່ອປຽບທຽບ. ຫວັງວ່າເພື່ອນຈະໄປປ່ຽນໃບຂັບຂີ່ສຳເລັດໂດຍໄວ. ຂໍອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ມີບັນດາການຄົ້ນຫາທີ່ຈັບອົກຈັບໃຈຢູ່ຫວຽດນາມ. ຈາກຍີ່ປຸ່ນ, ທ່ານ Yasushi Imai ໄດ້ສ່ົງຂໍ້ຄວາມມາຖາມວ່າ: ສ່ວນຫຼາຍ ຫວຽດນາມສົ່ງອອກສິນໃນນໍ້າ ໄປຍັງປະເທດໃດແດ່? ເພື່ອນ Yasushi Imai ແລະ ທ່ານຜູ້ຟັງທີ່ຮັກແພງ! ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ປີ 2019, ຫວຽດນາມ ໄດ້ສົ່ງອອກສິນຄ້າສິນໃນນໍ້າໄປຍັງຕະຫຼາດຕົ້ນຕໍ່ 4 ແຫ່ງ ນັ້ນແມ່ນ ຈີນ, ອາເມລິກາ, ຍີ່ປຸ່່ນ ແລະ ສ.ເກົາຫຼີ ໂດຍກວມເອົາອັດຕາສ່ວນຕາມລໍາດັບແມ່ນ 27,5%,  22,6%, 8,9% ແລະ 6,0%. ລາຍການ ໂອ້ລົມກັບເພື່ອນລາວຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຂໍຂອບໃຈທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານທີ່ໄດ້ຝາກຈົດໝາຍມາຫາລາຍການ. ທ່ານຜູ້ຟັງຜູ້ອ່ານ ຢາລືມຕິດຕາມ ແລະ ເຂົ້າຮ່ວມການເສັງ ດ້ວຍຫົວຂໍ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ” ດ້ວຍລາງວັນຈັບອົກຈັບໃຈຫຼາຍຢ່າງ. ຖ້າຫາກມີບັນຫາໃດໜຶ່ງ ບັນດາທ່ານກໍສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com . ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn  ຂອງພວກເຮົາ. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ.
TAG
VOV/VOVworld/ສິນໃນນໍ້າ/ໃບຂັບຂີ່