VOV WorldVOV World
ຄັດ​ສະ​ເໜີ​ເນື້ອ​ໃນ​ຂໍ້ຄວາມ, ຈົດໝາຍອີ​ແມວບາງສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝ​າ​ກ​ມາ​ລາຍ​ການ
18/04/2019 12:47
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄວ້ນຄື: ອັງກິດ, ຝລັ່ງ, ແອັດສະປາຍ, ຍີ່ປຸ່ນ, ໄທ, ລາວ... ໃນລາຍການ “ໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຂໍ້ຄວາມ, ຈົດໝາຍອີແມວບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ຄັດ​ສະ​ເໜີ​ເນື້ອ​ໃນ​ຂໍ້ຄວາມ, ຈົດໝາຍອີ​ແມວບາງສະບັບ ​ແລະ ຕອບ​ບາງ​ຄໍາ​ຖາມ ​ເຊິ່ງ​ທ່ານ​ຜູ້​ຟັງ​ໄດ້​ຝ​າ​ກ​ມາ​ລາຍ​ການ
   ເພື່ອນ ວິໄລວັນ ເຊິ່ງເປັນນັກສຶກສາປີທີ 3 ຂອງສະຖາບັນການປົກຄອງຮ່າໂນ້ຍ ໄດ້ຝາກຈົດໝາຍມາຫາລາຍການດ້ວຍເນື້ອໃນດັ່ງນີ້: ເນື່ອງໃນໂອກາດບຸນປີໃໝ່ລາວ, ນ້ອງຂໍອວຍພອນໃຫ້ບັນດາອ້າຍເອື້ອຍບັນນາທິການລາຍການກະຈາຍສຽງພາກພາສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ການດຳລົງຊີວິດຂອງຕົນ.         ກໍເນື່ອງໃນໂອກາດນີ້, ເພື່ອນ ພອນສະຫວັນ ຢູ່ແຂວງຫົວພັນ ກໍໄດ້ໂທລະສັບມາຫາລາຍການ ເພື່ອອວຍພອນປີໃໝ່ບັນດາພາລະກອນ, ບັນນາທິການ VOV ເວົ້າລວມ ແລະ VOV5 ເວົ້າສະເພາະ, ປີໃໝ່ ຈົ່ງປະສົບແຕ່ຄວາມໂຊກດີ, ມີພາລະນາໄມສົມບູນ ເພື່ອໃຫ້ນັບມື້ນັບຈັດທຳບັນດາ ລາຍກາຍທີ່ມ່ວນໆ ແລະ ມີຄວາມປະທັບໃຈກວ່າ.         ໃນອາທິດຜ່ານມາ, ເພື່ອນ ໄພມະນີ ພວມຮ່ຳຮຽນຢູ່ມະຫາວິທະຍາໄລສ້າງຄູຮ່າໂນ້ຍ ໄດ້ສົ່ງອີແມວເຖິງລາຍການ ດ້ວຍເນື້ອໃນວ່າ: ອາທິດຜ່ານມາ, ເມື່ອຕິດຕາມລາຍການພາກພາສາກລາວໃນເວັບໄຊ vov world.vn ຂ້າພະເຈົ້າໄດ້ຮູ້ຈັກເຖິງງານບຸນດອກສະກຸຣະ ຍີ່ປຸ່ນ - ຮ່າໂນ້ຍ ປີ 2019. ຂ້າພະເຈົ້າເຫັນວ່າ ງານບຸນນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ. ຂ້າພະເຈົ້າມັກທີ່ສຸດແມ່ນການນຳໃຊ້ບັນດາດອກສະກູຣະ ທີ່ສ້າງເປັນຮູບຈຳລອງບັນດາທັດສະນີຍະພາບທໍາມະຊາດຂອງໂລກ.         ລາຍການກະຈາຍສຽງພາກພາສາລາວ ຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ສົ່ງຂໍ້ຄວາມ ແລະ ບັນດາຄຳອວຍພອນອັນດີງາມນັ້ນມາຍັງລາຍການ. ເນື່ອງໃນໂອກາດນີ້ ພວກຂ້າພະເຈົ້າຂໍອວຍພອນປີໃໝ່ມາຍັງທ່ານຜູ້ຟັງທຸກຄົນ. ປີໃໝ່ ຈົ່ງມີພາລະນາໄມສົມບູນ, ມີຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ມີແຕ່ຄວາມໂຊກດີເຂົ້າມາໃນຊີວິດ.         ເພື່ອນ ໄຊສົມພອນ ຢູ່ແຂວງ ຈຳປາສັກ ໄດ້ຝາກຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວຈາກເພື່ອນຜູ້ໜຶ່ງວ່າ ໄດ້ມີການພົບເຫັນສິ່ງທີ່ແປກໃໝ່ບາງຢ່າງ ກ່ຽວກັບຖ້ຳເຊີນດອງຢູ່ແຂວງກວາງບິງຂອງຫວຽດນາມ. ຫວັງວ່າ ລາຍການພາກພາສາລາວ ຈະຊ່ວຍແນະນໍາໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບບັນດາຂໍ້ມູນຂ່າວດັ່ງກ່າວ. ຖ້າຫາກວ່າ ຂ້າພະເຈົ້າຢາກໄປຄົ້ນຫາຖ້ຳເຊີນດອງນັ້ນ ຂ້າພະເຈົ້າຕ້ອງ ໄດ້ເຮັດລະບຽບການຫຍັງແດ່? ຂໍຂອບໃຈ.
TAG
VOV/VOVworld/