ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ
30/08/2018 11:28
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ ດ້ວຍເນື້ອໃນແມ່ນ ອວຍພອນ 73 ປີ ແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ແລະ ຊອກຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ມະນີວັນ ຊະນະພານ ເປັນໂຄສົກວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ສົ່ງອີແມວມາຍັງລາຍການ ດ້ວຍເນື້ອໃນວ່າ: ເນື່ອງໃນໂອກາດຄົບຮອບ 73 ປີ ແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາ ການນຳ, ພະນັກງານລັດຖະກອນວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ບັນນາທິການ,ໂຄສົກ ລາຍການພາກພາສາລາວເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນ ໜ້າທີ່ວຽກງານ, ສືບຕໍ່ຜະລິດລາຍການໃຫ້ມີຂໍ້ມູນ ຂ່າວສານ, ສາລະໜ້າຮູ້ທີ່ດີ, ມີຄຸນນະພາບ ແລະດູດດື່ມ. ຂໍອວຍພອນໃຫ້ວິທະຍຸກະຈາຍສຽງຫວຽດນາມ, ໂດຍສະເພາະແມ່ນລາຍການ ພາກພາສາລາວນັບມື້ນັບພັດທະນາຍິ່ງໆຂື້ນ. ຂ້າພະເຈົ້າຈະຕິດຕາມຮັບຟັງລາຍການຂອງ ພວກທ່ານເປັນປະຈຳ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ບໍ່ວ່າວຽກງານຈະຍາກ ຫຼືງ່າຍພຽງໃດກໍຕາມ ແຕ່ພວກທ່ານຈະຜະລິດ ອອກມາມີຄຸນນະພາບດີທີ່ສຸດ. ເພື່ອນ ມະນີວັນ ທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ຕໍ່ບັນດາຄໍາອວຍພອນອັນດີງາມ ແລະມີຄວາມໝາຍຂອງທ່ານ. ນີ້ແມ່ນກໍາລັງໜູນເພື່ອໃຫ້ຜູ້ທີ່ເຮັດວຽກເປັນໂຄສົກຄືພວກຂ້າພະເຈົ້າ ຈັດທໍາລາຍການໃຫ້ນັບມື້ນັບມີຄວາມດູດດື່ມກວ່າ. ຂໍໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນທຸກໜ້າທີ່ການງານ. ພວກຂ້າພະເຈົ້າຫວັງວ່າ, ບົນຈິດໃຈພ້ອມກັນເຮັດວຽກໃນຂົງເຂດດຽວກັນ ແລະ ດ້ວຍນໍ້າໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ - ລາວ ອ້າຍນ້ອງ, ພວກເຮົາຈະແບ່ງປັນ, ແລກປ່ຽນບົດຮຽນເຊ່ິງກັນແລະກັນເປັນປະຈໍາ ເພື່ອພ້ອມກັນພັດທະນາ ແລະ ຍົກສູງຄຸນນະພາບຂອງລາຍການ ໃຫ້ນັບມື້ນັບດີກວ່າ, ດຶງດູດໃຈ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກມວນຊົນຫຼາຍກວ່າເກົ່າ. ເພື່ອນ ຫົງລືດີ ດວງດີ ໄດ້ສົ່ງອີເມວມາຍັງລາຍການ ແລະສະແດງຄວາມໃນໃຈວ່າ: ສະບາຍດີອ້າຍເອື້ອຍບັນນາທິການ ລາຍການກະຈາຍສຽງພາກພາສາລາວ, ນ້ອງເປັນນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ, ນອກຈາກການຮຽນດ້ານວິຊາສະເພາະແລ້ວ, ນ້ອງຍັງຮຽນພາສາເກົາຫຼີຕື່ມອີກ. ດັ່ງນັ້ນ, ນ້ອງຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮູ້ຂ່າວວ່າ VOV5 ກໍາລັງກະກຽມອອກອາກາດລາຍການກະຈາຍສຽງດ້ວຍພາສາເກົາຫຼີ ແລະ ນີ້ຈະແມ່ນຊ່ອງທາງໜຶ່ງອີກທີ່ມີປະໂຫຍດໃຫ້ແກ່ການຮຽນຂອງຂ້າພະເຈ້ົາ. ຂອບໃຈບັນດາອ້າຍເອື້ອຍບັນນາທິການວິທະຍຸກະຈາຍສຽງຫວຽດນາມ. ຂໍອວຍພອນໄຊມາຍັງອ້າຍເອື້ອຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີແນວຄວາມຄິດໃໝ່ອ່ຽມຫຼາຍຢ່າງ ເພື່ອຈັດທໍາຫຼາຍລາຍການທີ່ມ່ວນ ແລະ ມີປະໂຫຍດກວ່າ ແລະນ້ອງກໍຈະຕິດຕາມລາຍການກະຈາຍສຽງພາກພາສາລາວໃນເວັບໄຊ vovworld.vn ເປັນປະຈໍາ. ຂອບໃຈເພື່ອນຫົງລືດີຫຼາຍໆ ທີ່ໄດ້ຕິດຕາມລາຍການຂອງພວກຂ້າພະເຈົ້າເປັນປະຈໍາ. ລາຍການຂໍອວຍພອນໃຫ້ເພື່ອນ ຈົ່ງມີສຸຂະພາບເຂັ້ມແຂງ, ຮຽນໃຫ້ເກັ່ງ ແລະ ສືບຕໍ່ຕິດຕາມລາຍການຂອງພວກຂ້າພະເຈົ້າໃນໄລຍະຈະມາເຖິງ. ເພື່ອນ ຈັນທະສອນ ອິນທິລາດ, ຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຍັງລາຍການ ໂດຍຖາມວ່າ: ເນື່ອງໃນໂອກາດ ວັນຊາດຫວຽດນາມ ວັນທີ 02 ກັນຍາ, ຂ້າພະເຈົ້າຢາກໄປທ່ອງທ່ຽວຫວຽດນາມ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈີມິນ. ຂ້າພະເຈົ້າຫວັງວ່າ ອ້າຍເອື້ອຍບັນນາທິການຈະແນະນໍາໂດຍຫຍໍ້ໃຫ້ຂ້າພະເຈົ້າໄດ້ຮັບຮູ້ ກ່ຽວກັບສຸສານປະທານໂຮ່ຈີມິນ ແລະ ຂໍ້ກໍານົດໃນການເຂົ້າໄວ້ອາໄລປະທານໂຮ່ຈີມິນ. ຂອບໃຈຫຼາຍໆ!
TAG
VOV/VOVworld/ລະດູໃບໄມ້ຫຼົ່ນ/ເບັ່ງບານ/ຕົ້ນຕີນເປັດ
Related








