ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ
24/01/2019 05:42
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 304 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງມາຈາກ 40 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ສືບຕໍ່ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ ແລະ ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີກຸນ 2019, ເພື່ອນ ແກ້ວລາ ທອງປະເສີດ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ອຸດົມໄຊ ຈັນທະວົງ ແລະ ເພື່ອນ ເວຍ ວິລານັດ ຢູ່ແຂວງ ເຊກອງ ໄດ້ສົ່ງອີແມວ, ບັດອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ, ພິເສດແມ່ນເພື່ອນ ຮ່ວາງວັນນາມ ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ລາວ ໄດ້ໂທລະສັບມາລາຍການດ້ວຍຄຳອວຍພອນທີ່ວ່າ: “ເນື່ອງໃນໂອກາດບຸນປີໃໝ່, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ບັນນາທິການ ພະ ແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການພາກພາສາລາວເວົ້າສະເພາະ. ອວຍພອນໃຫ້ບັນດາອ້າຍ, ເອື້ອຍມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ພິເສດ ແມ່ນລາຍການພາກພາສາ ລາວ ນັບມື້ນັບມີບັນດາລາຍການມ່ວນໆ, ຈັບອົກຈັບໃຈ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ” ທ່ານຜູ້ຟັງທີ່ເຄົາລົບ, ພວກຂ້າພະເຈົ້າ ຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານຜູ້ຟັງທີ່ໄດ້ສະຫງວນໃຫ້ແກ່ລາຍການພາກພາສາລາວ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ, ຜູ້ອ່ານກ່ວາ. ເພື່ອນ ແອນລີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວໃນເວັບໄຊ vov5.vn ໂດຍໄດ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ-ສືເທິດ ຫວຽດນາມ ໄດ້ມອບໃຫ້ ລາວ ປື້ມເລື່ອງເອກະສານປະຫວັດສາດ “ບັນທຶກສົງຄາມເຫຼັ້ມທີ 1-2-3-4.75” - ແປເປັນພາສາລາວ ຂອງນັກຂ່າວ, ນັກຂຽນ ເຈິ່ນມາຍແຫ້ງ. ເຊິ່ງເປັນຜູ້ທີ່ມັກຊອກຮູ້ປະຫວັດສາດ ຫວຽດນາມ, ຂ້າພະເຈົ້າຫວັງວ່າ ທາງລາຍການຈະຊ່ວຍແນະນຳບາງຈຸດກ່ຽວກັບປື້ມດັ່ງກ່າວໃຫ້ຂ້າພະເຈົ້າໄດ້ຮູ້ຕື່ມອີກແດ່. ຂໍຂອບໃຈ.
TAG
VOV/VOVworld/ທ່ານຜູ້ຟັງລາວ/ຄຳອວຍພອນປີໃໝ່/ໂອ້ລົມກັບເພື່ອນລາວ/ຄຳເຫັນ/ເນື້ອໃນຈົດໝາຍ
Related








