VOV WorldVOV World
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
25/01/2018 07:53
(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 267 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
ເພື່ອນສົມພາວັນ, ນັກສຶກສາລາວ ພວມຮ່ຳຮຽນຢູ່ນະຄອນໂຮ່ຈິມິນ ໄດ້ໂທລະສັບມາຍັງລາຍການໂດຍໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າ ມີຄະນະຜູ້ແທນນະຄອນໂຮ່ຈິມິນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວກ່ຽວກັບການເຮັດວຽກລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ.         ເພື່ອນສົມພາວັນ ທີ່ຮັກແພງ, ເພື່ອແນໃສ່ຍູ້ແຮງການພົວພັນທາງການທູດອັນດີງາມ ແລະ ເພີ່ມທະວີ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ແລະ ລາວຕື່ມອີກ, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ ໂດຍທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ ນຳໜ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 22 – 26 ມັງກອນ. ທີ່ການເຈລະຈາກັບທ່ານ ສິນລາວົງ ຂຸດໄພທູນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 22 ມັງກອນ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ, ນະຄອນໂຮ່ຈິມິນ ພ້ອມແລ້ວທີ່ຈະໜູນຊ່ວຍນະຄອນຫຼວງວຽງຈັນ ພັດທະນາ, ພິເສດແມ່ນການແລກປ່ຽນບົດຮຽນ ແລະ ມາດຕະການພັດທະນາ. ກ່ຽວກັບເນື້ອໃນການຮ່ວມມືລະອຽດ, ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ, ນະຄອນໂຮ່ຈິມິນ ໄດ້ແບ່ງປັນບົດຮຽນ, ປະຕິບັດບັນດາໂຄງການໜູນຊ່ວຍສຳລັບນະຄອນຫຼວງວຽງຈັນ ໃນຫຼາຍຄົງເຂດ. ລະອຽດແມ່ນ: ນະຄອນໂຮ່ຈິມິນ ໄດ້ສົມທົບກັນຈັດຕັ້ງຊຸດຝຶກອົບຮົມກ່ຽວກັບພາສີ, ການເງິນ; ໜູນຊ່ວຍບຳລຸງສ້າງນັກສຶກສາໂຮງຮຽນຊັ້ນກາງຄຸ້ມຄອງການທ່ອງທ່ຽວ; ໜູນຊ່ວຍໂຄງການບູລະນະຟູງງົວຊີ້ນນະຄອນຫຼວງວຽງຈັນ… ພາຍຫຼັງການເຈລະຈາ, ທ່ານ ຫງວຽນທ້ຽນເຍີນ ແລະ ທ່ານ ສິນລາວົງ ຂຸດໄພທູນ ພ້ອມກັບຄະນະຜູ້ແທນ 2 ຝ່າຍ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງເມືອງ 5 ແລະ ເມືອງ ສີໂຄດຕະບອງ. ຕາມບົດບັນທຶກຊ່ວຍຈຳແລ້ວ, ຄະນະກຳມະການປະຊາຊົນເມືອງ 5 ແລະ ອຳນາດການປົກຄອງເມືອງ ສີໂຄດຕະບອງ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບ; ແລກປ່ຽນເປັນປະຈຳ, ພົບປະແລກປ່ຽນໃນທຸກຂົງເຂດ, ໃນນັ້ນມີບັນດາຂົງເຂດລົງທຶນ - ການຄ້າ, ເສດຖະກິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ທ່ອງທ່ຽວ, ກະສິກຳເຕັກໂນໂລຊີສູງ…
TAG
VOV/VOVworld/ປະ​ຊາ​ຊົນ​ລາວ