VOV WorldVOV World
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
10/05/2018 08:49
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 210 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 42 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
(ພາບ: TTXVN) ເພື່ອນ ສຸຂະວົງ, ນັກສຶກສາລາວ ພວມຮ່ຳຮຽນຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ໂດຍໃຫ້ຮູ້ວ່າ: ຜ່ານມາ, ຢູ່ນະຄອນຫຼວງປັກກິ່ງ, ສະຖານທູດຫວຽດນາມ ໄດ້ຈັດຕັ້ງງານມະໂຫລານພົບປະແລກປ່ຽນສະແດງສິລະປະ ແລະ ແຂ່ງຂັນກິລາ, ດ້ວຍການເຂົ້າຮ່ວມຂອງສະຖານທູດລາວ ປະຈຳຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງ 2 ປະເທດຫວຽດນາມ - ລາວ.         ລາຍການພາກພາສາລາວ ຂໍຂອບໃຈເພື່ອນ ສຸຂະວົງ ທີ່ໄດ້ແຈ້ງຂ່າວໃຫ້ທາງລາຍການກ່ຽວກັບການເຄື່ອນໄຫວດັ່ງກ່າວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍແຈ້ງຂໍ້ມູນເພີ່ມເຕີມກ່ຽວກັບການເຄື່ອນໄຫວດັ່ງກ່າວເຖິງທ່ານຜູ້ຟັງດັ່ງນີ້: ໃນອາທິດຜ່ານມາ, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳຈີນ ຢູ່ນະຄອນຫຼວງປັກກິ່ງ, ສະຖານທູດຫວຽດນາມ ໄດ້ຈັດງານມະໂຫລານພົບປະແລກປ່ຽນສະແດງສິລະປະ ແລະ ແຂ່ງຂັນກິລາ, ດ້ວຍການເຂົ້າຮ່ວມຂອງສະຖານທູດລາວ ປະຈຳຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ 30 ເມສາ ແລະ ວັນກຳມະກອນສາກົນ 01 ພຶດສະພາ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ດັ້ງມິງຄອຍ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ການພົວພັນມິດຕະພາບລະຫວ່າງຫວຽດນາມ - ລາວ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ, ພັດທະນາຂອງແຕ່ລະປະເທດຊາດຂອງແຕ່ລະປະເທດ, ກໍຄືຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ສ່ວນທ່ານນາງເອກອັກຄະລັດຖະທູດລາວ ປະຈຳຈີນ ວັນດີ ບຸດທະນະວົງ ເນັ້ນໜັກວ່າ: ການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມນີ້ ໄດ້ປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງສະຖານທູດ 2 ປະເທດປະຈຳຈີນ, ພ້ອມທັງກໍ່ແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ.  
TAG
VOV/VOVworld/ອົງຄະນະພັກ/ອຳນາດການປົກຄອງ