VOV WorldVOV World
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
08/11/2018 09:32
(VOVWORLD) -ວັນບຸນ “ນ້ຳໃຈມິດຕະພາບແບບພິເສດຫວຽດນາມ - ລາວ” ຈະດຳເນີນໃນລະຫວ່າງວັນທີ 22 – 23 ພະຈິກ ຈະມາເຖິງຢູ່ນະຄອນດ້ຽນບຽນ, ແຂວງດ້ຽນບຽນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 255 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ.         ເພື່ອນ ທິລາດ, ຢູ່ແຂວງ ອຸດົມໄຊ ໂທລະສັບມາຫາລາຍການໄດ້ແບ່ງປັນວ່າ: ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮັບຊົມພາບສາລະຄະດີ ກ່ຽວກັບ ສະຖານທີ່ 10 ແຫ່ງທີ່ສ້າງຄວາມປະທັບໃຈຢູ່ຮ່າໂນ້ຍ ໃນເວັບໄຊ VOV5. ປີ 2017. ຂ້າພະເຈົ້າໄດ້ມາທ່ຽວຢູ່ຮ່າໂນ້ຍ ແລ້ວ, ແຕ່ຍັງບໍ່ທັນຊອກຮູ້ສະຖານທີ່ທ່ອງທ່ຽວໄດ້ໝົດທຸກແຫ່ງຢູ່ທີ່ນີ້ເທື່ອ. ແຕ່ຜ່ານພາບສາລະຄະດີດັ່ງກ່າວໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ສະຖານທີ່ທີ່ສວຍງາມຫຼາຍແຫ່ງຂອງຮ່າໂນ້ຍ ຕື່ມອີກ. ຂ້າພະເຈົ້າຂໍຂອບໃຈທາງລາຍການ.         ສ່ວນເພື່ອນດວງມາລາ, ຢູ່ແຂວງວຽງຈັນ ໄດ້ສົ່ງຂໍ້ຄວາມທາງ Facebook ມາລາຍການໂດຍແບ່ງປັນວ່າ: ເລື່ອງທະນາຄານຫຸ້ນສ່ວນການຄ້າຕ່າງປະເທດຫວຽດນາມ (Vietcombank) ເປີດສາຂາຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໃນໄລຍະຜ່ານມາ, ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນລາວ ມີຄວາມສະດວກກວ່າໃນການທຳທຸລະກຳດ້ານການເງິນ, ກໍຄືມີການຄັດເລືອກຫຼາຍກວ່າໃນພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ ລາວ.
TAG
VOV/VOVworld/​ຖະ​ໜົນ​ທາງ​ຍ່າງ