VOV WorldVOV World
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
07/12/2018 02:47
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 258 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາສປປ.ລາວ ຄົບຮອບ 43 ປີ (02 ທັນວາ 1975 – 02 ທັນວາ 2018), ມີຜູ້ຟັງຫວຽດນາມ ບາງຄົນໄດ້ໂທລະສັບມາລາຍການພາກພາສາລາວ ເພື່ອສົ່ງຄຳອວຍພອນເນື່ອງໃນໂອກາດວັນສຳຄັນຂອງປະເທດລາວ ອ້າຍນ້ອງ. ແລະຫວັງວ່າ, ລາຍການພາກພາສາລາວ ຈະນັບມື້ນັບມີຂ່າວ/ບົດກ່ຽວກັບການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ. ເພື່ອນສຸພະຈັນ, ຢູ່ແຂວງຈຳປາສັກ ໃຫ້ຮູ້ວ່າ: ອ້າຍເອງມັກອ່ານລາຍການເລື່ອງລາວເຂດບ້ານນາ, ຜ່ານບັນດາບົດຂຽນນັ້ນ ອ້າຍສຸພະຈັນ ເຫັນວ່າ, ມີຊາວຫວຽດນາມ ຫຼາຍຄົນມີຄວາມເກັ່ງກ້າສາມາດໃນການນຳໃຊ້ບັນດາເຕັກໂນໂລຊີເຂົ້າໃນການຜະລິດ, ກໍ່ຄືປັບປຸງເຕັກໂນໂລຊີເພື່ອຊ່ວຍໃຫ້ການຜະລິດໄດ້ຮັບຜົນດີກວ່າ.
TAG
VOV/VOVworld/ດ້ຽນບຽນຟູ