ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ
25/04/2019 12:48
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງທີ່ໄດ້ຝາກມາລາຍການ. ໃນຈົດໝາຍ, ນອກຈາກບັນດາຄຳສະແດງຄວາມຮູ້ສຶກ ເມື່ອຕິດຕາມບັນດາຄໍລຳໃນເວັບໄຊ vovwolrd.vn ແລ້ວ, ຍັງມີທ່ານຜູ້ຟັງບາງທ່ານຍັງຢາກຊອກຮູ້ກ່ຽວກັບເລື່ອງເລົ່າຂານກັນມາ “ລູກມັງກອນ ຫຼານເທວະດາ” ແລະ ບາງເນື້ອໃນອື່ນອີກ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ສີສະຫວັນ ວິພ າ ວັນ ທີ່ ພວມ ຄົ້ນຄວ້າ ປະລິນຍາໂທ ຢູ່ຫວຽດນາມ ໄດ້ແບ່ງບັນວ່າ: ຂ້າພະເຈົ້າ ມາ ຮຽນຢູ່ຫວຽດນາມ ໄດ້ 3 ປີ ແລ້ວ ແລະ ມັກເຂົ້າຮ່ວມບັນດາກິດຈະກຳ ແລະ ການລະຫຼິ້ນບັນເທ ີ ງຕ່າງໆຢູ່ຫວຽດນາມ. ແຕ່ປະເພດກິລາດຶງເຊືອກ ແບບ ນັ່ງ ແມ່ນ ກິລາ ທີ່ແປກໃໝ່ສຳລັບຂ້າພະເຈົ້າ. ເຖິງວ່າ ຍັງບໍ່ ເຄີຍໄດ້ຫຼິ້ນຈັກເທື່ອກໍ່ຕາມ ແຕ່ຜ່ານບົດຂຽນທີ່ທາງລາຍການໄດ້ ເອົາ ລົງໃນເວັບໄຊນັ້ນ ຂ້າພະເຈົ້າເຫັນວ່າມັນເປັນຕາ ມ່ວນ,ຈັບອົກຈັບໃຈ , ເປັນເອກະລັກສະເພາະ ແລະ ຢາກລອງຫຼິ້ນ ເບິ່ງ . ເພື່ອນ ເຮືອງຈະເລ ີ ນ ໄດ້ຝາກຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: ພາຍຫຼັງຕິດຕາມບັນດາຂ່າວ, ບົດ ກ່ຽວກັບວັນບຸນ ໄຫວ້ບູຊາເຈົ້າຊີວິດຮຸ່ງ ແລ້ວ ຂ້າພະເຈົ້າ ຈຶ່ງຮູ້ວ່າ ຢູ່ຫວຽດນາມ ກໍມີ ເລື່ອງເລົ່າຂານກັນມາ ກ່ຽວກັບ ກົກເຄົ້າເຫງົ້າກໍ . ຫວັງວ່າ ອ້າຍເອື້ອຍບັນນາທິການ ລາຍການພາກພາສາລາວ ຈະ ແນະນໍາເລື່ອງເລົ່າຂານກັນມາ ດັ່ງກ່າວ ໃຫ້ຂ້າພະເຈົ້າ ແລະ ເພື່ອນຜູ້ຟັງໄດ້ຮັບຟັງ ໂດຍຫຍໍ້ ແດ່. ຂໍຂອບໃຈ. ເພື່ອນ ເຮືອງຈະເລີນ ທີ່ຮັກແພງ! ເລື່ອງເລົ່າຂານກັນມາ “ລູກມັງກອນ ຫຼານເທວະດາ” ກໍຄ້າຍຄືກັນກັບເທບນິຍາຍ ໝາກນ້ຳເຕົ້າປຸງ ຂອງລາວ. ເລື່ອງມີຢູ່ວ່າ: ແຕ່ກີ້ແຕ່ກ່ອນ, ຢູ່ດິນແດນ ລາກຫວຽດ ມີເທວະດາອົງໜຶ່ງຂຶ້ນກັບຕະກຸນ ມັງກອນ ມີຊື່ວ່າ ລາກລອງກວນ. ມີເທື່ອໜຶ່ງ ລາວໄດ້ໄປຊ່ວຍປະຊາຊົນ ຂັບໄລ່ຜີສາງນາງຮ້າຍຢູ່ປ່າ, ລາກລອງກວນ ໄດ້ພົບປະກັບນາງສາວມີຊື່ວ່າ ເອົາເກີ ເຊິ່ງເປັນລູກຫຼານຕະກຸນເທວະດາກະສິກຳ, ດຳລົງຊີວິດຢູ່ເຂດພູສູງທາງທິດເໜືອ. ເທວະດາສອງອົງໄດ້ມີຄວາມຮັກມັກກັນ ແລະ ແຕ່ງງານນໍາກັນ. ພາຍຫຼັງໄລຍະໜຶ່ງ, ເອົາເກີ ຖືພາ ແລະ ໄດ້ເກີດລູກອອກມາເປັນພົກໄຂ່ຮ້ອຍໜ່ວຍ. ຫຼັງຈາກນັ້ນ, ພົກໄຂ່ໄດ້ແຕກອອກເປັນ 100 ຄົນ. ຍ້ອນວ່າ ລາກລອງກວນ ບໍ່ລື້ງເຄີຍກັບການດຳລົງຊີວິດຢູ່ໃນປ່າ ສະນັ້ນ ລາກລອງກວນ ແລະ ເອົາເກີ ຈຶ່ງໄດ້ໄດ້ແຍກກັນຢູ່ອົງໜຶ່ງໄປຢູ່ປ່າ, ອົງໜຶ່ງໄປຢູ່ທະເລ ແຕ່ລະອົງແມ່ນເອົາລູກໄປລ້ຽງນໍາອົງລະ 50 ຄົນ. ລູກກົກທີ່ໄປນໍານາງ ເອົາເກີ ນັ້ນໄດ້ເປັນເຈົ້າຊີວິດ, ໂດຍມີນາມວ່າ ຮຸ່ງເວືອງ, ປົກຄອງເຂດດິນແດນຟອງເຈົາ ແລະ ຕັ້ງຊື່ປະເທດ ແມ່ນ ວັນລາງ. ນັບແຕ່ນັ້ນມາ, ປະເພນີຖ່າຍທອດບັນລັງໃຫ້ລູກແຕ່ສະໄໝນີ້ ໄປສູ່ສະໄໝອື່ນ ຈົນຮອດສະໄໝທີ 18 ຍັງໄດ້ເອົານາມ ຮຸ່ງເວືອງ ປ່ຽນກັນຂຶ້ນເປັນເຈົ້າຊີວິດ. ເພາະສາເຫດນັ້ນ, ປະຊາຊົນຫວຽດນາມ ຈຶ່ງມັກຖືຕົນເອງວ່າ ແມ່ນລູກມັງກອນຫຼານເທວະດາ. ດັ່ງກ່າວມາຂ້າງເທິງນັ້ນ ແມ່ນເນື້ອໃນໂດຍຫຍໍ້ຂອງເລື່ອງເລົ່າຂານກັນມາ “ລູກມັງກອນຫຼານເທວະດາ”. ຫວັງວ່າ ມັນຈະຊ່ວຍເພື່ອນມີຄວາມເຂົ້າໃຈຫຼາຍກວ່າ ກ່ຽວກັບ ກົກເຄົ້າເຫງົ້າກໍຂອງປະເທດ ຫວຽດນາມ. ເພື່ອນ ດວງຈັນ ວົງດາລາ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກ ເຖິງລາຍການ ດ້ວຍເນື້ອໃນວ່າ: ຜ່ານການຕິດຕາມຂ່າວຄາວໃນເວັບໄຊ vovwolrd.vn ຂ້າພະເຈົ້າ ຈຶ່ງຮູ້ວ່າ: ປີນີ້, ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ ງານບຸນວິສາຂະບູຊາ ເວຊັກ 2019 ຢູ່ກຸ່ມປູຊະນີຍະສະຖານວັດ ຕາມຈຸກ - ເຊິ່ງເປັນວັດໃຫຍ່ທີ່ສຸດໃນໂລກ. ຂ້າພະເຈົ້າ ຢາກຊອກຮູ້ກ່ຽວກັບວັດ ແຫ່ງນີ້. ຫວັງວ່າ ອ້າຍເອື້ອຍບັນນາທິການ ຈະແນະນຳບາງຈຸດພົ້ນເດັ່ນ ກ່ຽວກັບ ວັດແຫ່ງດັ່ງກ່າວ. ຂໍຂອບໃຈ.
TAG
VOV/VOVworld/ວັດຕາມຈຸກ/ລູກມັງກອນ ຫຼານເທວະດາ
Related








