VOV WorldVOV World
ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ.
14/11/2019 03:41
(VOVWORLD) ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ທ່ານຜູ້ຟັງ, ຜູ້ອ່ານຫຼາຍຄົນ ໄດ້ສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳຂອງລາຍການ ແລະ ຕັ້ງບາງຄຳຖາມກ່ຽວກັບການທ່ອງທ່ຽວ ແລະ ເສດຖະກິດຂອງຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ.
ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ.
ເມື່ອພາບສາລະຄະດີ ດ້ວຍຫົວຂໍ້ “ເຂດພູສູງ ກວ໋າງນິງ ດຶງດູດແຂກທ່ອງທ່ຽວມາຄົ້ນຫາໃນລະດູໃບໄມ້ຫຼົ່ນ” ໄດ້ເອົາລົງໃນເວັບໄຊ vovworld.vn, ພວກຂ້າພະເຈົ້າໄດ້ຮັບຄຳຍ້ອງຍໍຈາກຜູ້ຕິດຕາມລາຍການເປັນຈຳນວນຫຼາຍຕໍ່ຄວາມສວຍງາມຂອງແຂວງກວ໋າງນິງ - ເຊິ່ງເປັນບ່ອນເຕົ້າໂຮມຄວາມສວຍງາມຂອງທັງ 3 ຮູບແບບພູມສັນຖານຄື ທົ່ງພຽງ, ພູດອຍ ແລະ ທະເລ. ໃນນັ້ນ, ມີເພື່ອນ ເກສອນ - ປັດຈຸບັນພວມເຮັດວຽກຢູ່ວຽງຈັນ ໄດ້ສະແດງຄວາມປະຫຼາດໃຈຕໍ່ຄວາມສວຍງາມຂອງທິວທັດທຳມະຊາດແຫ່ງນີ້ວ່າ: ຕາງໜ້າລາຍການພາກພາສາລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈທີ່ເພື່ອນໄດ້ຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn. ບໍ່ພຽງແຕ່ຢູ່ແຂວງກວ໋າງນິງເທົ່ານັ້ນ, ຫວຽດນາມຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ຈັບອົກຈັບໃຈພວມລໍຄອຍຕ້ອນຮັບເພື່ອນມາຢ້ຽມຊົມ.ຫວັງວ່າ ພວກຂ້າພະເຈົ້າຈະໄດ້ຕ້ອນຮັບເພື່ອນໃນເວລາໃກ້ໆນີ້.
TAG
VOV/VOVworld/