VOV WorldVOV World
ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ
07/11/2014 05:33
ເພື່ອນ ຄຳ​ສານ ຢູ່ ແຂວງ​ອຸ​ດົມ​ໄຊ ຝາກ​ຈົດ​ໝາຍ​ມາ​​ລາຍ​ການ​ໂດຍ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈທີ່​ສຸດ​ຕໍ່ຮູບ​ພາບ​ເສື້ອ​ຍາວ​ຂອງ​ແມ່​ຍິງ​ ຫວຽດ​ນາມ
ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ
(vovworld)- ໃນອາທິດຜ່ານມາ, ພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອິແມວ ຫລາຍສະບັບ ແລະ ໂທລະສັບຈາກຜູ້ຟັງລາວຫລາຍ ທ່ານ. ໃນ​ຈົດ​ໝາຍ​ຝາກ​ມາ​ລາຍ​ການ, ຜູ້​ຟັງບາງ​ທ່ານໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເມື່ອ​ໄດ້​ຮັບ​ຟັງ​​ຄໍ​ລຳ​​ຕ່າງໆ ກໍ​ຄື​ປະ​ກອບ​ຄຳ​ເຫັນ ແລະ ຢາກຊອກ​ຮູ້​ບາງ​ບັນ​ຫາ​ທີ່​ເຂົາ​ເຈົ້າ​ສົນ​ໃຈ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ​ຊຶ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.. ພາບ​ປະ​ກອບ:vietbao.vn               ເພື່ອນ ຄຳ​ສານ ຢູ່ ແຂວງ​ອຸ​ດົມ​ໄຊ ຝາກ​ຈົດ​ໝາຍ​ມາ​​ລາຍ​ການ​ໂດຍ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈທີ່​ສຸດ​ຕໍ່ຮູບ​ພາບ​ເສື້ອ​ຍາວ​ຂອງ​ແມ່​ຍິງ​ຫວຽດ​ນາມ.​ ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ເສື້ອ​ຍາວ​​ທີ່ບັນ​ດາ​ນາງ​ອາ​ກາດ​ຂອງ​ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ​ນຸ່ງ​ຊຸດ​ເສື້ອ​ຍາວ​ງາມທີ່​ສຸດ ແລະ ​ໃນຄັ້ງ​ຕໍ່​ໄປ ຂ້າ​ພະ​ເຈົ້າ​ໄດ້​ພົບ​​ກັບ​ບັນ​ດາ​ພະ​ນັກ​ງານ​ຍິງ​ຫວຽດ​ນາມ ທີ່​ບັນ​ດາ​ກອງ​ປະ​ຊຸມ​ສາ​ກົນ, ເຂົາ​ເຈົ້າ​ນຸ່ງ​ຊຸ​ດ​ເສື້ອ​ຍາວ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່​ຍິງ​ຫວຽດ​ນາມ ດ້ວຍ​ຫລາຍ​ຮູບ​ພາບ, ສີ​ສັນ​ກໍ​ຫລາກ​ຫລາຍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເສື້ອ​ຍາວ ຫວຽດ​ນາມ ບໍ່​ພຽງ​ແຕ່​ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່​ຍິງ​ຫວຽດ​ນາມ ເທົ່​ານັ້ນ ຫາກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ແບບ​ສຸ​ພາບ​​ຮຽບ​ຮ້ອຍອີກ​ດ້ວຍ. ໃນ​ອາ​ທິດ​ຜ່ານ​ມາ, ໃນ​ຄໍ​ລຳ ວັດ​ທະ​ນະ​ທຳ​ຫວຽດ​ນາມ, ລາຍ​ການ​ພາ​ກ​ພາ​ສາ​ລາວ ໄດ້​ອອກ​ອາ​ກາດ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ: ເສື້ອ​ຍາວ​ເຊີດ​ຊູ ຄວາມ​ງາມ​ຂອງ​ແມ່​ຍິງ​ຫວຽດ​ນາມ”, ອີກ​ຄັ້ງ​ຫນຶ່ງ​ຂ້າ​ພະ​ເຈົ້າໄດ້​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ.        
TAG
vovworld/ເຊີດ​ຊູ​/​ເສື້ອ​ຍາວ