ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບເລື່ອງກະກຽມຈັດປີສາມັກຄີມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ 2022
24/02/2022 09:00
(VOVWORLD) -ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ແທນ ລາວ ທີ່ເຂົ້າຮ່ວມໄດ້ເປັນເອກະພາບຮັບຮອງເອົາແຜນການຈັດພິທີສະເຫຼີມສະຫຼອງດັ່ງກ່າວ, ໃນນັ້ນໄດ້ກຳນົດ 8 ການເຄື່ອນໄຫວໃຫຍ່

ໃນ ອາ ທິດ ຜ່ານ ມາ , ພະ ແນກ ກະ ຈາຍ ສຽງ ບັນ ດາ ລາຍ ການ ພາກພາ ສາ ຕ່າງ ປະ ເທດ , ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 423 ສະບັບແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດແລະເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວໄດ້ຮັບຈົດໝາຍ, ອີເມວ 13 ສະບັບຈາກທ່ານຜູ້ຟັງລາວ. ເພື່ອນສີສະມຸດ, ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ, ໄດ້ສົ່ງຄຳຢື້ຢາມຖາມຂ່າວມາຫາລາຍການພາກພາສາລາວແລະໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຟັງຂ່າວ/ບົດ ພາກພາສາ ລາວ ແລະ ອ່ານຂ່າວ ໂດຍໄດ້ຮູ້ວ່າ, ສະພາບໂລກລະບາດໂຄວິດໄດ້ສົ່ງຜົນສະທ້ອນຫຼາຍຢ່າງເຖິງການຮ່ຳຮຽນຂອງພວກນ້ອງນັກຮຽນ, ຂ້າພະເຈົ້າຫວັງວ່າສະພາບການໂລກລະບາດຢູ່ ຫວຽດນາມ ຈະໄດ້ຮັບການຄວບຄຸມໂດຍໄວເພື່ອໃຫ້ພວກນ້ອງນັກຮຽນສືບຕໍ່ໄດ້ໄປໂຮງຮຽນ. ສ່ວນເພື່ອນຄຳຫຼ້າ, ຢູ່ນະຄອນຫຼວງວຽງຈັນ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດໃນປີ 2021. ເພື່ອນໃຫ້ຮູ້ວ່າ ຕົນເອງມີຄວາມນິຍົມນັບຖືຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຊາວ ຫວຽດນາມ ທີ່ສຸດ, ບໍ່ຈຳແນກການປະພຶດແລະບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໂດຍສະເພາະການແຜ່ລະບາດ ຢ່າງຮ້າຍແຮງຢູ່ ຫວຽດນາມ, ພິເສດແມ່ນຢູ່ນະຄອນຫຼວງ ຮ່າໂນ້ຍ .
TAG
VOV/VOVworld/ປີສາມັກຄີ/ມິດຕະພາບ ລາວ - ຫວຽດນາມ; ຫວຽດນາມ - ລາວ/ທ່ອງທ່ຽວ
Related
More








