VOV WorldVOV World
ລາງວັນສື່ມວນຊົນແຫ່ງຊາດ ປີ 2022
22/06/2023 03:43
(VOVWORLD) - ນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 16 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ກ່ຽວກັບວັນສື່ມວນຊົນປະຕິວັດ ຫວຽດນາມ ແລະ ເນື້ອໃນເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ລາງວັນສື່ມວນຊົນແຫ່ງຊາດ ປີ 2022
  ໃນອາທິດ, ເພື່ອນ ອຳພາວັນ, ແຂວງ ໄຊສົມບູນ ໄດ້ຝາກອີເມວເຖິງລາຍການ, ເພື່ອນຝາກຄຳອວຍພອນເຖິງບັນນາທິການ ພາກພາສາລາວ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ (ຄືວັນທີ 21 ມິຖຸນາ), ເພື່ອນໄດ້ຂຽນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ຂໍອວຍພອນໃຫ້ບັນດາບັນນາທິການຂອງພາກພາສາລາວ ຈົ່ງ ມີສຸຂະພາບເຂັ້ມແຂງ, ປະຕິບັດສຳເລັດທຸກວຽກງານຂອງຕົນ, ໝູນໃຊ້ນະວັດຕະກຳ 4.0 ເຂົ້າໃນການຜະລິດລາຍການກະຈາຍສຽງ ເພື່ອ ເຂົ້າເຖິງ ຫຼາຍເປົ້າໝາຍກ່ວາອີກ. ໂດຍແມ່ນຜູ້ຟັງ, ຜູ້ອ່ານທີ່ ຕິດຕາມ ລາຍການ ມາດົນ , ຍາມໃດຂ້າພະເຈົ້າ ຈະ ຕິດຕາມຂ່າວຄາວໃນ ເວບ ໄຊ vovworld.vn ໄປຕະຫຼອດ . ກໍ່ໃນອາທິດນີ້, ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ເພື່ອມ ພິມ ໄຊຍະຈັກ, ແຂວງ ຫົວພັນ ໄດ້ຝາກອີເມວ ເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມັກອ່ານຂ່າວໃນ ເ ວບໄຊ vovworld.vn ຂອງພວກເພື່ອນ. ນອກຈາກອ່ານຂ່າວດ້ວຍພາສາລາວ ແລ້ວ, ຂ້າພະເຈົ້າຍັງໄດ້ອ່ານຂ່າວດ້ວຍພາສາອັງກິດ ແລະ ພາສາຍີ່ປຸ່ນ ອີກດ້ວຍ. ສຳລັບຂ້າພະເຈົ້າເອງ, vovworld.vn ແມ່ນ ເ ວບໄຊ ທີ່ ມີຫຼາຍພາສາຕ່າງປະເທດທີ່ສຸດ. ຂ້າພະເຈົ້າຖືວ່າ ນີ້ແມ່ນ ເ ວບໄຊ ທີ່ ມີຜົນປະໂຫຍດ, ຊ່ວຍໃຫ້ຂ້າພະເຈົ້າຮຽນພາສາຕ່າງປະເທດຕື່ມອີກ.  ຜ່ານຂ່າວຕ່າງໆ, ຂ້າພະເຈົ້າຮູ້ວ່າ ວັນທີ 21 ມິຖຸນາ ແມ່ນວັນສື່ມວນຊົນປະຕິວັດ ຫວຽດນາມ, ວັນເຊີດຊູບັນດານັກຂ່າວ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດານັກຂ່າວຂອງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ປະຕິບັດສຳເລັດທຸກໜ້າທີ່ວຽກງານ ທີ່ ໄດ້ຮັບມອບໝາຍ, ອຸທິດສ່ວນ ເພື່ອມີຫຼາຍບົດຂຽນ, ບົດ ຂ່າວທີ່ມ່ວນໆ, ມີປະໂຫຍດ ແລະ ຈົ່ງ ມີຄວາມຜາສຸກໃນຊີວິດຂອງຕົນ.
TAG
VOV/VOVworld/ສື່ມວນ​ຊົນ/ນັກ​ຂ່າວ/ຜົນ​ງານ/ລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ/ເສັ້ນ​ທາງ​ລົດ​ໄຟ