VOV WorldVOV World
ລາຍການ “ຟັງ ອອນລາຍ” ຜ່ານ ເວັບໄຊ vovworld.vn ຫລື vov5.vn
26/05/2017 06:00
(VOVWORLD) - ທ່ານຜູ້ຟັງ,ຜູ້ຊົມໂປດຊາບ!
ລາຍການ “ຟັງ ອອນລາຍ” ຜ່ານ ເວັບໄຊ vovworld.vn ຫລື vov5.vn
ນັບແຕ່ວັນທີ 24 ພຶດສະພາ ປີ 2017 ເປັນຕົ້ນໄປ, ລາຍການ “ຟັງ ອອນລາຍ” ຜ່ານ ເວັບໄຊ vovworld.vn ຫລື vov5.vn ມີເນື້ອໃນບັນດາລາຍການກະຈາຍສຽງ ອອກອາກາດປະຈຳວັນ ຢູ່ ຫວຽດນາມ ຜ່ານລະບົບ FM ດ້ວຍຄວາມຖີ່ 105,5 MHz – 105,7 MHz ນັບແຕ່ເວລາ 7 ໂມງ ຫາ 24 ໂມງ ຕາມເວລາຫວຽດນາມ ກົງກັບເວລາ 0 ໂມງ ຫາ 17 ໂມງ ຕາມເວລາ UTC. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຟັງລາຍການຂອງ VOV5 ໃນທົ່ວໂລກ ສາມາດຮັບຟັງບັນດາລາຍການກະຈາຍສຽງຜ່ານລະບົບ FM ຂອງພວກຂ້າພະເຈົ້າ ດ້ວຍບັນດາລາຍການໃຫມ່ທີ່ດູດດື່ມ, ໃນຂະນະທີ່ຜູ້ຟັງຍັງສືບຕໍ່ຮັບຟັງເນື້ອໃນບັນດາລາຍການກະຈາຍສຽງອອກອາກາດຜ່ານລະບົບ AM ໃນລາຍການ “ຮັບຟັງພາກກະຈາຍສຽງ” ທີ່ອັບເດັດປະຈຳວັນໃນເວັບໄຊ vovworld.vn ຫລື vov5.vn.
TAG
VOV/VOVworld/ເວັບໄຊ