VOV WorldVOV World
ມອບທຶນການສຶກສາປະກັນໄພລ້ານຊ້າງ ໃຫ້ແກ່ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ
31/01/2019 08:30
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 343 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ.
ມອບທຶນການສຶກສາປະກັນໄພລ້ານຊ້າງ ໃຫ້ແກ່ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ
ເພື່ອນ ດາລາວັນ, ຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມທາງ Facebook ມາລາຍການໂດຍໃຫ້ຮູ້ວ່າ, ຍັງເຫຼືອເວລາບໍ່ຮອດ 1 ອາທິດເທົ່ານັ້ນ ກໍ່ຈະຮອດບຸນປີໃໝ່ປະຈຳຊາດຂອງຫວຽດນາມ (ບຸນເຕັດ). ຜ່ານລາຍການພາກພາສາລາວ, ເພື່ອນ ດາລາວັນ ຂໍອວຍພອນໃຫ້ພວກອ້າຍ, ເອື້ອຍບັນນາທິການ VOV, ກໍຄືອ້າຍ, ເອື້ອຍ, ນ້ອງໃນລາຍການພາກພາສາລາວ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ບັນລຸຜົນສຳເລັດໃນວຽກງານຫຼາຍກວ່າອີກ. ນອກນັ້ນ, ເພື່ອນ ຈັນສະໝອນ, ຢູ່ແຂວງ ຫຼວງພະບາງ ກໍ່ໄດ້ໂທລະສັບມາລາຍການ ເພື່ອອວຍພອນປີໃໝ່ປີກຸນ 2019. ເພື່ອນ ຈັນສະໝອນ, ອວຍພອນໃຫ້ພະນັກງານ, ບັນນາທິການຂອງ VOV ເວົ້າລວມ ແລະ VOV5 ເວົ້າສະເພາະ, ປີໃໝ່ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສົມດັ່ງປາດຖະໜາທຸກຢ່າງ ແລະ ມີຫຼາຍລາຍການມ່ວນໆ, ດຶງດູດຜູ້ຟັງກວ່າອີກ. ລາຍການພາກພາສາລາວ VOV ຂໍຂອບໃຈທ່ານຜູ້ຟັງໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍ່ຂໍອວຍພອນໃຫ້ຜູ້ຟັງທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ຢ່າລືມຕິດຕາມຮັບຟັງລາຍການພາກພາສາລາວ ຂອງພວກຂ້າພະເຈົ້າ, ກໍຄືສົ່ງຈົດໝາຍປະກອບຄຳເຫັນມາຍັງລາຍການ, ຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນທີ່ອຸດົມສົມບູນກວ່າ.  
TAG
VOV/VOVworld/​ທຶນ​ການ​ສຶກ​ສາ