ພິທີເປີດສະຫຼອງ ແລະ ມອບຮັບກິດຈະກຳກໍ່ສ້າງໂຮງຮຽນມັດທະຍົມສົມບູນດາກຈຶງ
21/11/2019 08:02
(VOVWORLD) -ກິດຈະກຳດັ່ງກ່າວແມ່ນຈາກຂວັນຂອງລັດຫວຽດນາມ ທີ່ມອບໃຫ້ເມືອງ ດາກຈຶງ. ມູນຄ່າການກໍ່ສ້າງໂຮງຮຽນທັງໝົດແມ່ນ 1 ລ້ານ USD
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ. ໃນອາທິດຜ່ານມາ, ເພື່ອນ ສົມຈິດ, ເພື່ອນ ໄຊສົມພອນ, ເພື່ອນ ວັນນະພອນ, ເພື່ອນ ວິໄລສອນ ແລະ ຜູ້ຟັງບາງທ່ານໄດ້ສົ່ງຂໍ້ຄວາມມາລາຍການຜ່ານທາງ Facebook ໂດຍໃຫ້ຮູ້ວ່າ, ເນື່ອງໃນໂອກາດວັນຄູຫວຽດນາມ ວັນທີ 20 ພະຈິກ, ບັນດາທ່ານຜູ້ຟັງຢາກສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດາຄູອາຈານຫວຽດນາມ ແລະ ພິເສດແມ່ນບັນດາຄູອາຈານຢູ່ໂຮງຮຽນມິດຕະພາບ T 78 ແລະ T 80, ເຊີນໄຕ, ຮ່າໂນ້ຍ, ຍ້ອນວ່າໂຮງຮຽນ 2 ແຫ່ງນີ້ແມ່ນໂຮງຮຽນທຳອິດເມື່ອບັນດານັກຮຽນ, ນັກສຶກສາລາວ ມາຮຽນຢູ່ຫວຽດນາມ.
TAG
VOV/VOVworld/
Related








