ພິທີປິດຊຸດຝຶກອົບຮົມປະດິດແຕ່ງຟ້ອນ ແລະ ກຳກັບການສະແດງໃຫ້ແກ່ບັນດານັກສິລະປິນລາວ
27/06/2019 04:51
(VOVWORLD) -ຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອແນໃສ່ຊ່ວຍໃຫ້ບັນດາຜູ້ປະດິດແຕ່ງກຳກັບການຟ້ອນ, ນັກສະແດງຂອງລາວ ໄດ້ສຳຜັດກັບບັນດາເຕັກນິກໃໝ່, ຍົກສູງການປະດິດຄິດສ້າງ, ພັດທະນາການຟ້ອນ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 319 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກ 38 ປະເທດ ແລະ ເຂດແຄ້ວນ ຝາກມາລາຍການ, ໃນນັ້ນພາກພາສາລາວ ໄດ້ຮັບຈົດໝາຍ 12 ສະບັບ. ໃນອາທິດຜ່ານມາ, ເພື່ອນທິດາ ກິດຈະເລີນ, ເພື່ອນ ຈັນແສງ ພິມມະວົງ, ເພື່ອນຈັນທະວີ ແລະ ເພື່ອນຄຳມີ ໄດ້ໂທລະສັບ, ສົ່ງຂໍ້ຄວາມມາລາຍການ ດ້ວຍການສົ່ງຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2019). ໃນນັ້ນ, ເພື່ອນ ຄຳມີ ໃຫ້ຮູ້ວ່າ: ອາຊີບນັກຂ່າວຍາມໃດກໍ່ຕິດພັນກັບຄວາມສະຫງ່າຜ່າເຜີຍ, ເປັນໜ້າເອກອ້າງທະນົງໃຈ ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ເນື່ອງໃນໂອກາດນີ້, ເພື່ອນ ຄຳມີ ໄດ້ອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງຂອງ VOV ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດໃນວຽກງານຂອງຕົນ. ລາຍການພາກພາສາລາວ, VOV,ຂໍຂອບໃຈບັນດາທ່ານຜູ້ຟັງທີ່ໄດ້ສົ່ງບັນດາຄຳອວຍພອນອັນດີງາມ ໃຫ້ແກ່ບັນດາພວກອ້າຍ, ເອື້ອຍ, ນ້ອງ VOV. ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາທ່ານຜູ້ຟັງຈະປະກອບຄຳເຫັນໃຫ້ແກ່ລາຍການຫຼາຍກວ່າອີກ, ເພື່ອຊ່ວຍໃຫ້ VOV ເວົ້າລວມ, ກໍຄືລາຍການພາກພາສາລາວ ເວົ້າສະເພາະ ນັບມື້ນັບດີກວ່າ.
TAG
VOV/VOVworld/ສິລະປະ
Related








