VOV WorldVOV World
ປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2015
01/04/2015 09:01
“ຂ້າ​ພ​ະ​ເຈົ້າ​ຮູ້​ວ່າ, ປີ 2015 ໄດ້​ຮັບ​ການ​ເລືອກ​ເຟັ້ນແມ່ນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ວ່າ “ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ”. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ບາງ​ເຫດ​ການ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ລາຍ​ການນີ້​ໄດ້​ບໍ່?
ປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2015
ອາ​ທິດ​ຜ່ານ​ມາ, ມີ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​ໄດ້​ຝາກ​ຈົດ​ໝາຍ, ອີ​ແມວ ແລະ ໂທ​ລະ​ສັບ​ມາຫາ​ລາຍ​ການ​ຖາມ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132 (IPU 132) ຫາກໍ່​ດຳ​ເນີນ​​ຢູ່ ຮ່າ​ໂນ້ຍ. ນອກ​ຈາກນັ້ນ, ທ່ານ​ຜູ້​ຟັງ, ຜູ້​ອ່ານກໍ່​ເອົາ​ໃຈ​ໃສ່​ເຖິງ “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ 2015” ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຄື​ແນວ​ໃດ?. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວ​ກ​ເຮົາ​ຂໍ​ຕອບ​ຄ​ຳ​ຖາ​ມ​ທີ່ທ່ານ​ຜູ້​ຟັງ​ຝາກ​ມາ​​ເຊິ່ງກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ.