ປຸກລະດົມການເສັງ “ຊອກຮູ້ກ່ຽວກັບຫ້ອງ ອາຊຽນ - ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ”
21/05/2018 04:56
(VOVWORLD) - ວັນທີ 1 ກໍລະກົດ, ເພື່ອສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV). ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫ້ອງ ອາຊຽນ - VOV5” ທີ່ສະຫງວນໃຫ້ທ່ານຜູ້ຟັງ, ຜູ້ອ່ານຂອງຫ້ອງ ອາຊຽນ.

ລາງວັນເຊິ່ງລວມມີ: - ລາງວັນທີ 1: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 1 + ວິທະຍຸໜ່ວຍໜຶ່ງ - ລາງວັນທີ 2: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 2 + ວິທະຍຸໜ່ວຍໜຶ່ງ - ລາງວັນທີ 3: ຂອງຂວັນທີ່ລະນຶກພິເສດສຳລັບຜູ້ໄດ້ຮັບລາງວັນທີ 3 + ວິທະຍຸໜ່ວຍໜຶ່ງ - ນອກຈາກນັ້ນແລ້ວ, ຜູ້ເຂົ້າຮ່ວມການເສັງທຸກຄົນກໍ່ໄດ້ຮັບຂອງຂວັນຈາກ VOV5. ບັນດາຄຳຖາມມີຢູ່ດັ່ງນີ້: 1 - ຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ລວມມີບັນດາລາຍການກະຈາຍສຽງໃດແດ່? ຄໍລຳພິເສດຂອງຫ້ອງ ອາຊຽນ ແມ່ນລາຍການໃດ? 2 - ເພື່ອນຕີລາຄາຄືແນວໃດກ່ຽວກັບຄໍລຳພິເສດຂອງຫ້ອງ ອາຊຽນ? 3 - ມີເທົ່າໃດຄົນເຂົ້າຮ່ວມການເສັງນີ້? ເວລາຮັບບົດເສັງນັບແຕ່ວັນທີ 21 ພຶດສະພາ 2018 ແລະ ສິ້ນສຸດລົງໃນວັນທີ 20 ມິຖຸນາ 2018. ບົດເສັງສົ່ງເຖິງ ອີແມວ: aseanvov5@gmail.com . ໝາກຜົນຂອງການເສັງຈະໄດ້ປະກາດໃນລາຍການກະຈາຍສຽງພິເສດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຫ້ອງ ອາຊຽນ (1 ກໍລະກົດ 2018). ທ່ານຜູ້ຟັງ, ຜູ້ອ່ານສາມາດຊອກຫາຄຳຖາມໃນລາຍການກະຈາຍສຽງ ແລະ ໃນແວບໄຊ vovworld.vn ຂອງພວກເຮົາ. ຫ້ອງ ອາຊຽນ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຂໍອວຍພອນໃຫ້ທຸກໆທ່ານປະສົບຜົນສຳເລັດ. ຂໍຂອບໃຈ
TAG
VOV/VOVworld/ການເສັງ/ເຂົ້າຮ່ວມ/ຊອກຮູ້
Related








