VOV WorldVOV World
​ສະ​ເຫຼີ​ມ​ສະຫຼອງ 43 ປີ​ແຫ່ງວັນ​ເຊັນ​ສົ​ນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ
16/07/2020 12:10
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ,ເນື້ອໃນຈົດໝາຍແລະຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.
​ສະ​ເຫຼີ​ມ​ສະຫຼອງ 43 ປີ​ແຫ່ງວັນ​ເຊັນ​ສົ​ນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ
ງານວາງສະແດງສິລະປະລະຫວ່າງຫວຽດນາມ - ລາວ (ພາບ: Baoquocte.com)  ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສົ່ງຄຳຂອບໃຈຢ່າງຈິງໃຈໄປໃຫ້ທ່ານຜູ້ຟັງ, ຜູ້ອ່ານທີ່ໄດ້ສົ່ງຈົດໝາຍ, ບັນດາຄຳອວຍພອນທີ່ດີງາມ ມາຫາລາຍການຂອງພວກຂ້າພະເຈົ້າເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2020), ຕາງໜ້າໃຫ້ແກ່ຜູ້ຈັດທຳລາຍການ, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການດຳລົງຊີວິດ. ຕໍ່ໄປ, ຂ້າພະເຈົ້າຂໍຄັດສະເໜີຈົດໝາຍຂອງເພື່ອນ ແກ້ວວິໄລ ມາຈາກແຂວງ ສະຫວັນນະເຂດ ທີ່ໄດ້ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ວ່າ:     ນັບ ແຕ່ ເຊັນ ສົນ ທິ ສັນ ຍາ ມິດ ຕະ ພາບ ແລະ ການ ຮ່ວມ ມື ລະ ຫວ່າງ ຫວຽດ ນາມ - ລາ ວ ຢ່າງ ເປັນ ທາງ ການ , ການ ພົວ ພັນ ລະ ຫວ່າງ ສອງ ປະ ເທດ ພວກ ເຮົາ ໄດ້ກ້າວ ເຂົ້າ ສູ່ ລະ ດັບ ສູງ ໃໝ່ , ເຮັດ ໃຫ້ ການ ພົວ ພັນ ລະ ຫວ່າງ ຫວຽດ ນາມ - ລາວ ພັດ ທະ ນາ ຢ່າງ ຮອບ ດ້ານ   ແລະ ນັບ ມື້ ນັບ ກ້າວເຂົ້າ ສູ່ ລວງ ເລິກ . ໃນ ສະ ພາບ ການ ປັດ ຈຸ ບັນ , ຕໍ່ ໜ້າ ການ ຜັນ ແປ ຢ່າງ ສັບ ສົນ ຂອງ ໂລກ ລະ ບາດ Covid – 19 ໃນ ທົ່ວ ໂລກ , ກໍ່ ຄື ສິ່ງ ທ້າ ທາຍຕ່າງໆ ທີ່ ສອງ ປະ ເທ ດ ພວມ ປະ ເຊີນ ໜ້າ , ນ້ຳ ໃຈ ມິດ ຕະ ພາບ ນັ້ນ ຍິ່ງ ໄດ້ ຮັບ ການຮັດ ແໜ້ນ ກ່ ວາ ເກົ່າ . ເນື່ອງ ໃນ ໂອ ກາດ ສະ ເຫຼີ ມ ສະຫຼອງ 43 ປີ ແຫ່ງວັນ ເຊັນສົນ ທິ ສັນ ຍາ ມິດ ຕິ ພາບ ແລະ ການ ຮ່ວມ ມື ລະ ຫວ່າງ ຫວຽດ ນາມ - ລາວ , ລາວ ຫວຽດ ນາມ ຂ້າ ພະ ເຈົ້າ ຂໍ ອວຍ ພອນ ໃຫ້ນ້ຳ ໃຈ ມິດ ຕະ ພາບ ທີ່ ຍິ່ງ ໃຫຍ່ , ຄວາມ ສາ ມັກ ຄີ ແບບພິ ເສດ ແລະ ການ ຮ່ວມ ມື ຮອບ ດ້ານ ລະ ຫວ່າງ ສອງ ປະ ເທດໃຫ້ໝັ້ ນ ຄົງຂະ ໜົງ ແກ່ນ ໄປ ຊົ່ວ ກາ ລະ ນານ , ອວຍ ພອນ ໃຫ້ ບັນ ດາ ການ ນຳ , ອະ ດີ ດ ການ ນຳ ພັກ , ລັດ ແລະ ບັນ ດາ ສະ ຫາຍ ລາວ ແລະ ຫວຽດ ນາມ ທຸກ ຖ້ວນ ໜ້າ , ບັນ ນາ ທິ ການ ພາກ ພ າ ສາ ລາວ ເວົ້າ ສະ ເພາະ ແລະ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ເວົ້າ ລວມ ຈົ່ງ ມີ ສຸ ຂະ ພາບ ເຂັ້ມ ແຂງ , ມີ ຄວາມຜາ ສຸກ ແລະ ປະ ສົບ ຜົນ ສຳ ເລັ ດ ໃນໜ້າ ທີ່ ການ ງານ . ເພື່ອນ Sanil  Deep ມາຈາກອິນເດຍ ໄດ້ສົ່ງຈົດໝາຍມາຍັງລາຍການເພື່ອຢາກຊອກຮູ້ກ່ຽວກັບສະພາບການຂອງສາຍການບິນພາຍໃນປະເທດ ແລະ ແຜນການເປີດສາຍການບິນສາກົນຄືນໃໝ່ຢູ່ຫວຽດນາມ. ເພື່ອນ Sanil  Deep ທີ່ຮັກແພງ! ພາຍຫຼັງ ຫວຽດນາມ ຄວບຄຸມໂລກລະບາດ Covid – 19ໄດ້ແລ້ວ ລັດຖະບານຫວຽດນາມໄດ້ອະນຸຍາດໃຫ້ບັນດາບໍລິສັດການບິນພາຍໃນປະເທດຟື້ນຟູບັນດາການເຄື່ອນໄຫວຄ້າຂາຍ, ຂຸດຄົ້ນບັນດາສາຍການບິນພາຍໃນປະເທດຄືນໃໝ່ເຊິ່ງເລີ່ມແຕ່ວັນທີ 8 ພຶດສະພາ ປີ 2020ເປັນຕົ້ນມາ, ແຕ່ວ່າການເຄື່ອນໄຫວຂຸດຄົ້ນໃນປັດຈຸບັນ ບັນລຸໄດ້ພຽງແຕ່ 50% - 60% ເມື່ອທຽບໃສ່ໄລຍະກ່ອນການເກີດໂລກລະບາດ. ປະລິມານການຂົນສົ່ງຄາດວ່າຈະບັນລຸຜູ້ໂດຍສານໄດ້ພຽງແຕ່ 400 ພັນຄົນ /ອາທິດເມື່ອທຽບໃສ່ ຜູ້ໂດຍສານ750 – 800 ພັນຄົນ/ອາທິດ ນັ້ນແມ່ນໃນເວລາປານກາງຂອງປີ 2019.    ສ່ວນຕະຫຼາດສາກົນ, ໃນບົດລາຍງານສະບັບໃໝ່ທີ່ສົ່ງໄປຍັງກະຊວງຄົມມະນາຄົມແລະຂົນສົ່ງຫວຽດນາມ, ກົມການບິນຫວຽດນາມ ໄດ້ສະເໜີບັນດາຂໍ້ກຳນົດເພື່ອຟື້ນຟູບັນດາຖ້ຽວບິນການຄ້າສາກົນເປັນປົກກະຕິ. ກົມການບິນຫວຽດນາມໃຫ້ຮູ້ວ່າ: ໃນທົ່ວໂລກເມື່ອບັນດາປະເທດຄິດໄລ່ຊັ່ງຊາວ່າ ເຮັດແນວໃດເພື່ອເລີ່ມເຄື່ອນໄຫວການເດີນທາງໄປມາລະຫ່ວາງບັນດາປະເທດໃນໂລກໃນສະພາບການເກີດໂລກລະບາດCovid – 19 ນັ້ນແມ່ນຄວາມຄິດກ່ຽວກັບ Travel bubble - ການເດີນທາງໄປມາພາຍໃນກຸ່ມຫຼືແລວທາງໄປມາ”ພວມກາຍເປັນສິ່ງທີ່ດູດດດື່ມໃຈ. Travel Bubble ໄດ້ເຂົ້າໃຈວ່າແມ່ນ 2 ຫຼື ຫຼາຍປະເທດທີ່ສາມາດຄວບຄຸມໂລກລະບາດ Covid – 19 ໄດ້ສຳເລັດແລ້ວຈະເຫັນດີເປັນເອກະພາບກັນສ້າງກຸ່ມ ຫຼື ແລວທາງການເດີນທາງໄປມາຫາສູ່ກັນ”. ຢູ່ຫວຽດນາມ, ກົມການບິນໄດ້ຖືວ່າອາດຈະຄົ້ນຄ້ວາການຟື້ນຟູບັນດາສາຍການບິນສາກົນການຄ້າທີ່ເປັນປົກກະຕິເພື່ອນຳສົ່ງຜູ້ໂດຍສານເຂົ້າຫວຽດນາມໃນທ້າຍເດືອນກໍລະກົດ 2020. ສາຍການບິນສາກົນອາດຈະເປີດໄປຍັງບັນດາປະເທດ ແລະ ເຂດແຄ້ວນທີ່ບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນຊຸມຊົນໃນຮອບເວລາ 30 ວັນຕິດຕໍ່ກັນ. ຕາມກົມການບິນແລ້ວ, ເພື່ອຮັກສາ ແລະ ຮັບປະກັນລັກສະນະເປັນໄປໄດ້ນັ້ນແມ່ນບໍ່ຄວນຈຳກັດແຫຼ່ງທີ່ມາຂອງຜູ້ໂດຍສານ, ລວມມີທັງແຂກທ່ອງທ່ຽວ, ເຖິງຢ່າງໃດກໍ່ຕາມ ຕ້ອງຮັດກຸມເງື່ອນໄຂທີ່ວ່າຜູ້ໂດຍສານຕ້ອງຮັບປະກັນຂໍ້ກຳນົດທີ່ອະນຸຍາດໃຫ້ເຂົ້າເມືອງ ແລະ ເດັດຂາດບໍ່ໃຫ້ຜູ້ໂດຍສານຜ່ານແດນໄປຍັງປະເທດອື່ນ. ຫວ່າງແລ້ວນີ້, ເມື່ອເຕື້ອງເຖິງໂອກາດທີ່ຫວຽດນາມຈະເຊື່ອມຕໍ່ການເດີນທາງໄປມາກັບບັນດາປະເທດໃນສະພາບການທີ່ຫວຽດນາມ ພວມຄວມຄຸມ ໂລກລະບາດໄດ້ເທື່ອລະກ້າວນັ້ນ, ທ່ານນາງເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ອີງຕາມສະພາບການ ແລະ ຄວາມຕ້ອງການຂອງສອງຝ່າຍ, ຫວຽດນາມໄດ້ແລກປ່ຽນກັບບາງປະເທດຄື: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນກ່ຽວກັບການເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ເທື່ອລະກ້າວ. ເລື່ອງເຊື່ອມຕໍ່ການເດີນທາງໄປມາຄືນໃໝ່ຄືແນວໃດນັ້ນແມ່ນຈະອີງໃສ່ພື້ນຖານຮັບປະກັນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະ ບັນດາເງື່ອນໄຂຢ່າງລະອຽດ, ບໍ່ປະໃຫ້ໂລກລະບາດແຜ່ລາມໃນວົງກ້ວາງ, ກ່ອນອື່ນໝົດແມ່ນຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກຊ່ຽວຊານສາກ່ອນ. ທ່ານຜູ້ຟັງທີ່ເຄົາລົບ, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໃກ້ສິ້ນສຸດລົງແລ້ວ. ມາຮອດປັດຈຸບັນ, ລາຍການພາສາລາວຂອງພວກເຮົາຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບການຕອບສະໜອງຢ່າງຈິງໃຈຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ,ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ  laovov5@gmail.com . ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ. ສຸດທ້າຍ, ຢ່າລືມເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ” ຂໍຂອບໃຈ.
TAG
VOV/VOVworld/​ຫວຽດ​ນາມ/ລາວ