ໃນ​ອາ​ທິດ​ຜ່ານ​ມາ, ທ່ານ​ຜູ້​ຟັງ ວັນ​ໄຊ, ແຂວງວຽງ​ຈັນ ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ຈຳ​ນວນ​ໜຶ່ງ​ໃນ​ລາຍ​ການ​ວັດ​ທະ​ນະ​ທຳ, ຄົ້ນ​ຫາ ຫວຽດ​ນາມ, ເພື່ອນ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ມັກ​ຟັງ​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳຂອງ ຫວຽດ​ນາມ ຜ່ານ VOV5. ບັນ​ດາ​ບົດ​ຂຽນ​ນີ້​ສ່ວນ​ໃດ​ໜຶ່ງ​ໄດ້ຊ່ວຍໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈວ່າ ​ແຕ່​ລະ​ຊົນ​ເຜົ່າ, ເຂດ​ພາກ​ຂອງ ຫວຽດ​ນາມ ພັດ​ມີ​ສີ​ສັນ, ຮີດ​ຄອງ​ປະ​ເພ​ນີ ແລະ ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນໄປ. ເຖິງວ່າ​ສັງ​ຄົມ​ມີ​ການ​ພັດ​ທະ​ນາ​ແນ​ວ​ໃດ​ກໍ່​ຕາມ ແຕ່​ວັດ​ທະ​ນະ​ທຳ, ກົກ​ເຄົ້າ​ເຫງົ້າ​ກໍ​ຍາມ​ໃດ​ກໍ່​ໄດ້ຮັບການ​ຮັກ​ສາ ແລະ ພັດ​ທະ​ນາ. ຜ່ານ​ບັນ​ດາ​ບົດ​ຂຽນ, ບັນ​ດາ​ຜູ້ຟັງ​ກໍ່​ເຫັນ​ໄດ້​ເຖິງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ນັບ​ແຕ່​ຂັ້ນ​ທ້ອງ​ຖິ່ນ​ຈ​ົນ​ຮອດ​ສູນ​ກາງ ຂອງ ຫວຽດ​ນາມ ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ນັ້ນ.

ຈາກ Fukuoka, ຍີ່​ປຸ່ນ, ທ່ານ​ຜູ້​ຟັງ Hokamura Fumito ໄດ້​ຂຽນ​ວ່າ: ໂດຍ​ແມ່ນ​ຜູ້​ຟັງ​ດົນ​ນານ​ຂອງພວກ​ເພື່ອນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ເຫັນ​ການ​ປ່ຽນ​ແປງ ແລະ ພັດ​ທະ​ນາ​ຜ່ານ​ແຕ່​ລະ​ໄລ​ຍະ​ຂອງ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ຂອງ VOV. ດ້ວຍ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ໃນ​ຍຸກ​ດີ​ຈີ​ຕອນ, ຫວັງ​ວ່າ VOV ຈະຍັງ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ທີ່​ດີ​ງາມ​ໃນຫຼາຍ​ປີ​ຜ່ານ​ມາ ແລະ ມີ​ການ​ປ່ຽ​ນ​ແປງ​ໃໝ່​ເພື່ອ​ໄປ​ທັນ​ກັບ​ທ່າ​ອ່ຽງ​ຂອງ​ສັງ​ຄົມ.

ທ່ານ​​ຜູ້​ຟັງ ຈັ​ນ​ສະ​ໝອນ, ຢູ່​ແຂວງ​ຊຽງ​ຂວາງ ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ​ດ້ວຍ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ດາ​ປະ​ພາ​ຄານ​ຂອງ ຫວຽດ​ນາມ: ຫວຽດ​ນາມ ​ມີ​ຊາຍ​ທະ​ເລກວ່າ 3.000 ກີ​ໂລ​ແມັດ, ຂ້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ ຫວຽດ​ນາມ ມີ​ປະ​ພາ​ຄານ​ຈັກ​ແຫ່ງ ແລະ ຂໍ​ຖາມ​ຊື່​ຂອງ​ປະ​ພາ​ຄານ​ທີ່ງາມ​ທີ່​ສຸດ​ຢູ່ ຫວຽດ​ນາມ ​ແດ່?

ເພື່ອນ ຈັນສະໝອນ ທີ່ຮັກແພງ, ຕາມຕົວເລກສະຖິຕິຂອງກົມໃຫຍ່ການເດີນເຮືອ ຫວຽດນາມ ແລ້ວ, ປະຈຸບັນ, ຢູ່ ຫວຽດນາມ ມີປະພາຄານ 92 ແຫ່ງ ແຕ່ ມ໋ອງກ່າຍ (ແຂວງ ກ໋ວາງນິງ) ໄປຮອດ ຮ່າຕຽນ. ໃນນັ້ນ, ມີປະພາຄານ 5 ແຫ່ງທີ່ໄດ້ຮັບຖືວ່າງາມທີ່ສຸດຢູ່ ຫວຽດນາມ, ເຊິ່ງລວມມີ: ປະພາຄານ ເກກ່າ, ຢູ່ຕາແສງ ເຕີນແທັ່ງ, ແຂວງ ເລິມ​ດົ່ງ. ປະພາຄານແຫ່ງນີ້ສູງ 35 ແມັດ ແລະ ມີອາຍຸກວ່າ 125 ປີ.

ປະພາຄານ ດ້າຍແຫຼງ, ຂຶ້ນກັບບ້ານ ເຟືອກເຕີນ, ແຂວງ ດັກ​ລັກ, ໄດ້ຮັບການກໍ່ສ້າງໃນປີ 1890, ມີຕົວເຮືອນສູງ 5 ແມັດ ແລະ ມີເນື້ອທີ່ 320 ຕາແມັດ. ປະພາຄານ ຫວູງເຕົ່າຕັ້ງຢູ່ເທິງຈອມພູ ຍໍ ຢູ່ນະ​ຄອນ​ໂຮ່​ຈີ​ມິນ, ໄດ້ຮັບການກໍ່ສ້າງໃນປີ 1862. ປະພາຄານ ຮອນເຢົາ ຕັ້ງໃນເກາະ ຮ່ອນເຢົາ, ຂຶ້ນກັບເຂດທ່ອງທ່ຽວບັນເທິງ ໂດ໋ເຊີນ (ແຂວງ ຫາຍຟ່ອງ). ນີ້ແມ່ນກິດຈະກຳໂດຍບັນດາສະຖາປະນິກຊາວ ຝລັ່ງ ອອກແບບ ແລະ ກໍ່ສ້າງໃນເດືອນ ມິຖຸນາ ປີ 1898. ປະພາຄານ ແຫ່ງນີ້ມີ 5 ຊັ້ນ, ຈຸດສູງສຸດແມ່ນສູງ 140 ແມັດ ທຽບກັບໜ້ານ້ຳທະເລ.

ໃນ​ອາ​ທິດ​ນີ້, ທ່ານ​ຜູ້​ຟັງ ມາ​ລີ ຈາກ​ແຂວງຫົວ​ພັນ ​ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ ດ້ວຍ​ເນື້ອ​ໃນ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສະ​ພາບ​ການ​ສົ່ງ​ອອກ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ​ໃນ​ 4 ເດືອນ​ຕົ້ນ​ປີ 2026.

ເພື່ອນ ​ມາ​ລີ ທີ່​ຮັກ​ແພງ, 4 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂ​ອງ​ດົງ, ສິນ​ໃນ​ນ້ຳ​ໃນ​ທົ່ວ​ປະ​ເທດ ຫວຽດນາມ ​ສືບ​ຕໍ່​ຮັກ​ສາ​ຂອບ​ຂະ​ໜາດ​ໃຫຍ່ ດ້ວຍ​ວົງ​ເງິນ​ຄາດ​ວ່າ​ບັນ​ລຸ 23,05 ຕື້ USD, ເພີ່ມ​ຂຶ້ນ 5,4% ເມື່​ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ຂະ​ນະ​ນັ້ນ, ການ​ນຳ​ເຂົ້າ​ຂອງ​ຂະ​ແໜງ​ກະ​ເສດ​ໃນ 4 ເດືອນ​ຕົ້ນ​ປີ ບັນ​ລຸປະມານ 17,4 ຕື້ USD, ເພີ່ມ​ຂຶ້ນ 10,5%, ນຳ​ທົ່ວ​ຂະ​ແໜງ​ມີຄວາມ​ເກີນ​ດຸນ​ການ​ຄ້າ​ບັນ​ລຸ 5,649 ຕື້​ດົ່ງ, ຫຼຸດ​ລົງ 7,6% ເມື່ອ​ທຽບ​ໃສ່​ກັບໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ສະ​ເພາະ​ໃນ​ເດືອນ​ເມ​ສາ 2026, ການ​ເກີນ​ດຸນ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ບັນ​ລຸ 1,249 ຕື້ USD, ຫຼຸດ​ລົງ 32,3% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.

ຈີນ ແລະ ອາ​ເມ​ລິ​ກາ ຍັງ​ແມ່ນ​ສອງ​ຕະຫຼາດທີ່​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ໃຫຍ່​ທີ່​ສຸດ​ຂອງ​ ຫວຽດ​ນາມ ໃນ 4ເດືອນ​ຕົ້ນ​ປີ, ຈີນ ກວມ​ເອົາ​ 21% ແລະ ອາ​ເມ​ລິ​ກາ 18% ຍອດ​ວົງ​ເງິນ​ສົ່ງ​ອອກ​ທົ່ວ​ຂະ​ແໜງ. ຕະຫຼາດ EU ຢືນ​ຢູ່​ອັນ​ດັບ​ທີ 3 ດ້ວຍ ປະ​ມານ 13%, ຖັດ​ຈາກ​ນັ້ນ​ແມ່ນ ອາ​ຊຽນ 10%, ຍີ່​ປຸ່ນ 7% ແລະ ສ.ເກົາຫຼີ 3%.

ກ່ຽວ​ກັບ​ໂຄງ​ປະ​ກອບ​ຂະ​ແໜງ, ສິນ​ໃນ​ນ້ຳ​ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ສົ່ງ​ອອກ. ຕາມ​ຂໍ້​ມູນ​ຂອງ​ກົມ​ພາ​ສີ​ອາ​ກອນ​ແລ້ວ, 4 ເດືອນ​ຕົ້ນ​ປີ 2026, ວົງ​ເງິນ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸ​ປະ​ມານ 3,544 ຕື້ USD, ເພີ່ມ​ຂຶ້ນ 10,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໃນ​ນັ້ນ, ກຸ້ງ​ຍັງ​ແມ່ນ​ຜະ​ລິ​ດ​ຕະ​ພັນຫຼັກ​ແຫຼ່ງ, ກວມ​ເອົາ​ປະ​ມານ 40% ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ.