VOV WorldVOV World
ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ຢູ່​ແຂວງ ລາຍ​ເຈົາ
23/06/2022 16:00
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 338 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບ.
ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ຢູ່​ແຂວງ ລາຍ​ເຈົາ
  ພາຍຫຼັງທີ່ພວກຂ້າພະເຈົ້າລົງພາບສາລະຄະດີ “ຄວາມງາມຢູ່ ຕາມກົກ ໃນຍາມເຂົ້າສຸກເຫຼືອງ” ໃນເວັບໄຊ vovworld.vn, ທ່ານຜູ້ຟັງລາວຫຼາຍທ່ານໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ໂດຍແບ່ງປັນວ່າ ມັກທິວທັດທຳມະຊາດຢູ່ທີ່ນີ້ຫຼາຍ ແລະ ຈະມາ ນິງບິ່ງ ເພື່ອສຳຜັດກັບທັດສະນີຍະພາບທີ່ສວຍງາມນີ້. ໃນນັ້ນ, ເພື່ອນ ມະນີໄລ ເຊິ່ງເປັນນັກສຶກສາມະຫາວິທະຍາໄລແພດສາດ ຮ່າຕິງ ໄດ້ຂຽນມາວ່າ: “ຕາມກົກ ລະດູໃດກໍງາມ. ນ້ອງເຄີຍໄປທ່ຽວ ຕາມກົກ ມາແລ້ວ ແຕ່ຕອນນັ້ນບໍ່ແມ່ນລະດູເຂົ້າສຸກເຫຼືອງ. ນ້ອງກຳລັງມະໂນພາບວ່າ ຕົນເອງທັງຂີ່ເຮືອຊົມວິວທັງດົມກິ່ນຫອມຂອງເຂົ້າສຸກເຫຼືອງ. ໂອຍ…ພຽງແຕ່ຄິດກໍ່ມ່ວນແລ້ວ. ນ້ອງຕ້ອງຊວນໝູ່ໄປ ຕາມກົກ ອີກຄັ້ງໜຶ່ງ”. ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ ແກ້ວມະນີ ຝາກມາຈາກແຂວງ ວຽງຈັນ. ເພື່ອນ ແກ້ວມະນີ ໄດ້ຂຽນ: “ອາທິດແລ້ວນີ້, ຂ້າພະເຈົ້າໄດ້ຮັບຟັງທາງລາຍການແນະນຳກ່ຽວກັບຂົວແກ້ວຢູ່ແຂວງ ລາຍເຈົາ.  ນອກຈາກຂົວແກ້ວແລ້ວ, ແຂວງ ລາຍເຈົາ ຍັງມີສະຖານທີ່ທ່ອງທ່ຽວໃດແດ່?”
TAG
VOV/VOVworld/ເອືອບ​ຊາ​ດອກ​ບົວ/ລາຍ​ເຈົາ/ທ່ອງ​ທ່ຽວ