VOV WorldVOV World
ຊາວຫວຽດນາມ ອາໄສຢູ່ລາວ ຮັກສາການຈັດຕັ້ງພິທີຕ້ອນຮັບບຸນເຕັດ
16/01/2020 08:24
(VOVWORLD) -ສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ແລະ 3 ສະຖານກົງສູນໃຫຍ່ຕັ້ງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ລາວ ລ້ວນແຕ່ມີຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
ຊາວຫວຽດນາມ ອາໄສຢູ່ລາວ ຮັກສາການຈັດຕັ້ງພິທີຕ້ອນຮັບບຸນເຕັດ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 315 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ. ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ສືບຕໍ່ໄດ້ຮັບໂທລະສັບ, ຂໍ້ຄວາມ ແລະ ຜ່ານ Facebook ຈາກທ່ານຜູ້ຟັງ ສົ່ງຄຳອວຍພອນເນື່ອງໃນໂອກາດບຸນເຕັດປີຊວດ 2020 ເຖິງບັນດາອ້າຍເອື້ອຍນ້ອງໃນລາຍການ. ເນື່ອງໃນໂອກາດບຸນເຕັດປີຊວດ 2020 ໃກ້ຈະມາເຖິງ, ບັນນາທິການພາກພາສາລາວ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳເລັດໜ້າທີ່ວຽກງານຂອງຕົນ.
TAG
VOV/VOVworld/​ສາ​ມັກ​ຄີ​ກັນ/ສະ​ໜິດ​ຕິ​ດພັນ/ບຸນ​ເຕັດ