VOV WorldVOV World
ທ່ານ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​​​ໃນ​ຈຳ​ນວນ 473 ຄົນ ມາ​ຈາກ 45 ປະ​ເທດ ແລະ ເຂດ​ແຄວ້ນ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ ໂດຍມີ​ຄວາມ​ສົນ​ໃຈ ແລະ ຕິດ​ຕາມ​ຂ່າວ, ບົດ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຂອງ​ສອງ​ພັກ.
21/01/2021 07:59
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ “ໂອ້ລົມກັບເພື່ອນລາວ” ໃນອາທິດນີ້ທ່າມກາງບັນຍາກາດທີ່ພິເສດ. ປະຊາຊົນ ລາວ ມີຄວາມເບີກບານມ່ວນຊື່ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນ ຫວຽດນາມ ພວມກະຕື້ລືລົ້ນຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ. ສຳລັບພວກຂ້າພະເຈົ້າແລ້ວ, ຄວາມມ່ວນຊື່ນນັ້ນຍິ່ງທະວີຄູນຂຶ້ນ ເມື່ອມີທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານໃນຈຳນວນ 473 ຄົນ ມາຈາກ 45 ປະເທດ ແລະ ເຂດແຄວ້ນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍມີຄວາມສົນໃຈ ແລະ ຕິດຕາມຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຂອງສອງພັກ.
ທ່ານ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​​​ໃນ​ຈຳ​ນວນ 473 ຄົນ ມາ​ຈາກ 45 ປະ​ເທດ ແລະ ເຂດ​ແຄວ້ນ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ ໂດຍມີ​ຄວາມ​ສົນ​ໃຈ ແລະ ຕິດ​ຕາມ​ຂ່າວ, ບົດ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ໃຫຍ່​ຂອງ​ສອງ​ພັກ.
 ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ Simon Heinrich ມາຈາກ ເຢຍລະມັນ, ເພື່ອນໄດ້ຂຽນວ່າ “ ຂ້າພະເຈົ້າເລີ່ມຟັງລາຍການກະຈາຍສຽງຂອງ VOV ຫາກໍ່ໄດ້ 2 – 3 ເດືອນ. ຂ້າພະເຈົ້າມີຄວາມຈັບອົກຈັບໃຈຕໍ່ເພງ ຫວຽດນາມ ກໍຄື ປະເທດ ຫວຽດນາມ. ຂ້າພະເຈົ້າ ຈະສືບຕໍ່ຕິດຕາມລາຍການຂອງ VOV, ພິເສດແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ”. ຈົດໝາຍສະບັບຕໍ່ໄປແມ່ນຄຳອວຍພອນຂອງທ່ານຜູ້ຟັງ Shivendu Paul ຢູ່ປະເທດ ອິນເດຍ - ເຊິ່ງເປັນຜູ້ຟັງປະຈຳຂອງ VOV5, ເພື່ອນຂຽນວ່າ “ດີໃຈນຳເດີ ທີ່ທິມບານເຕະຍິງ ຫວຽດນາມ ຖືກຈັດເຂົ້າໃນ Top 5 FIFA ອາຊີ. ຂໍອວຍພອນໃຫ້ ຫວຽດນາມ ຈັດຕັ້ງງານມະຫາກຳກິລາ Sea Games 31  ແລະ  ASEAN Para Games ໃນເດືອນ ທັນວານີ້ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ”. ໃນອາທິດຜ່ານມາ, ທ່ານຜູ້ຟັງມີຊື່ວ່າ ບຸນຄຳ, ຢູ່ແຂວງ ຄຳມ່ວນ ຂອງລາວ ໄດ້ສົ່ງຈົດໝາຍມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: “ໂດຍແມ່ນລູກຫຼານຂອງປະເທດ ລ້ານຊ້າງ ແລະ ເຄີຍດຳລົງຊີວິດ, ຮ່ຳຮຽນຢູ່ ຫວຽດນາມ, ຂ້າພະເຈົ້າ ມັກຕິດຕາມ ແລະ ມີຄວາມສົນໃຈຕໍ່ການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກ ປະຊາຊົນປະຕິວັດ ລາວ ໄດ້ສິ້ນສຸດດ້ວຍຜົນສຳເລັດຢ່າງຈົບງາມ ແລະ ວາງອອກຫຼາຍໜ້າທີ່ສຳຄັນ. ສ່ວນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ກໍໃກ້ຈະດຳເນີນ.”  ກ່ອນອື່ນໝົດ, ພວກຂ້າພະເຂົ້າກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດ ລາວ. ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ນັກຂ່າວ VOV ໄດ້ມີໂອກາດພົບປະກັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແລະ ແລກປ່ຽນກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ຂອງສອງພັກ. ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເມື່ອເວົ້າເຖິງວຽກງານກະກຽມບຸກຄະລາກອນໃຫ້ແກ່ເຫດການສຳຄັນນີ້, ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕີລາຄາວ່າ:    ທ່ານຜູ້ຟັງ ຢ໊າງຈີ໊ຊູ໊ງ (ຈີນ) ໄດ້ສົ່ງຈົດໝາຍມາຫາ VOV5 ດ້ວຍເນື້ອໃນດັ່ງນີ້ : “ດັ່ງທີ່ຂ້າພະເຈົ້າໄດ້ຮູ້ມານັ້ນ, ໃນໄລຍະປົກຄອງ ຫວຽດນາມ, ພວກລ່າເມືອງຂຶ້ນ ຝລັ່ງ ໄດ້ສ້າງສຳນັກງານອຳນາດການປົກຄອງ ອິນດູຈີນ, ປັດຈຸບັນ ເອີ້ນວ່າ ທຳນຽບປະທານປະເທດ ເຊິ່ງເປັນບ່ອນເຮັດວຽກຂອງການນຳ ຫວຽດນາມ ຫຼາຍລຸ້ນຄົນ ແລະ ປະທານໂຮ່ຈີມິນ ກໍ່ໄດ້ເຮັດວຽກຢູ່ທີ່ນີ້ເປັນເວລາຍາວນານພໍສົມຄວນ ແມ່ນບໍ? ຂ້າພະເຈົ້າຢາກໃຫ້ທາງລາຍການ ແນະນຳກ່ຽວກັບສະຖານທີ່ແຫ່ງນີ້ຕື່ມອີກແດ່?” ທ່ານຜູ້ຟັງທີ່ຮັກແພງ! ເມື່ອຖືກຖາມກ່ຽວກັບ ທັດສະນີຍະພາບ ແລະ ສະຖານທີ່ທ່ອງທ່ຽວ ຢູ່ຮ່າໂນ້ຍ, ມີຄົນລາວ ຫຼາຍຄົນ ໄດ້ຕອບກັບພວກຂ້າພະເຈົ້າວ່າ: “ເມື່ອມາຮ່າໂນ້ຍ, ຕ້ອງໄປຢ້ຽມຊົມເຂດປູຊະນີຍະສະຖານ ໂຮ່ຈີມິນ, ເພາະວ່າ ຢູ່ທີ່ນີ້ ມີສຸສານປະທານໂຮ່ຈີມິນ, ມີຫໍພິພິທະພັນ ໂຮ່ຈີມິນ, ມີວັດເສົາດຽວ” ເຊິ່ງອັນນີ້ ໄດ້ສະແດງໃຫ້ເຫັນຄວາມຮັກແພງ ເຊິ່ງປະຊາຊົນ ລາວ ມີຕໍ່ປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ. ຍ້ອນທ່ານຜູ້ຟັງ ຈີນ ຖາມມາ, ສະນັ້ນ, ພວກຂ້າພະເຈົ້າ ຂໍແນະນຳບາງຈຸດພົ້ນເດັ່ນກ່ຽວກັບ ທຳນຽບປະທານປະເທດ - ສະຖານທີ່ເຊິ່ງປະທານໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກ ເພື່ອໃຫ້ຜູ້ຟັງທ່ານໃດ ຍັງບໍ່ທັນມີໂອກາດມາ ຮ່າໂນ້ຍ ກໍໄດ້ຮູ້ຈັກສະຖານທີ່ແຫ່ງນີ້.
TAG
VOV/VOVworld/ທຳ​ນ​ຽບ​ປະ​ທານ​ປະ​ເທດ/ບຸກຄະລາກອນ/ກອງ​ປະ​ຊຸມ​ໃຫຍ່/ພັກ​ກອມ​ມູ​ນິດ​ຫວຽດ​ນາມ