VOV WorldVOV World
ວັນຄູ ຫວຽດນາມ ທີ 20 ພະຈິກ
17/11/2022 10:00
(VOVWORLD) - ຂໍອວຍພອນໃຫ້ບັນດາຄູອາຈານ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ພາລະກິດແຫ່ງການສຶກສາ ບຳລຸງສ້າງ, ເຍືອງທາງໃຫ້ນັກສຶກສາລຸ້ນຕ່າງໆ ເພື່ອໃຫ້ເຂົາເຈົ້າມຸ່ງໄປສູ່ອະນາຄົດທີ່ສົດໄສ.
ວັນຄູ ຫວຽດນາມ ທີ 20 ພະຈິກ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ. ເພື່ອນ ດາວວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ ໂດຍແບ່ງປັນວ່າ: VOV ປະສົບຜົນສຳເລັດທີ່ສຸດໃນເລື່ອງສົມທົບບັນດາລາຍການກະຈາຍສຽງກັບເວັບໄຊ ແລະ ສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນໃນຄື້ນວິທະຍຸ ແລະ ອິນເຕີເນັດ. ຂ້າພະເຈົ້າເອງເຫັນວ່າ ນີ້ແມ່ນວິທີສົ່ງຂໍ້ມູນຂ່າວສານໃຫ້ທ່ານຜູ້ຟັງຢ່າງມີປະສິດທິຜົນທີ່ສຸດ.
TAG
VOV/VOVworld/ວາງ​ສະ​ແດງ​/​ຄຸນ​ຄ່າ/ຊຸ​ດ​ອາ​ພອນ/ສະມາຄົມ/ມິດຕະພາບ