VOV WorldVOV World
ໄວ​ໜຸ່ມ - ​ຜູ້​ຕັດ​ສິນ​ທ່າ​ອ່ຽງ​ຜະ​ລິດ​ຕະ​ພັນ​ຂອງບັນ​ດາວິ​ສາ​ຫະ​ກິດ
07/02/2021 10:46
(VOVWORLD) -ດ້ວຍຄວາມອົດທົນ, ມານະພະຍາຍາມ ແລະ ກຳລັງແຮງຂອງໄວໜຸ່ມ, ພາຍຫຼັງເຄື່ອນໄຫວມາເປັນເວລາເກືອບ 2 ປີ, Greenlife - ສະໂມສອນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ຮ່າໂນ້ຍ ບັນລຸໄດ້ຜົນງານຫຼາຍຢ່າງ. ພະຍານຫຼັກຖານຈະແຈ້ງທີ່ສຸດ ນັ້ນແມ່ນ ຫວ່າງມໍ່ໆມານີ້, Greenlife ຍາດໄດ້ລາງວັນທີໜຶ່ງໃນການສອບເສັງ ຊາວໜຸ່ມປະດິດຄິດສ້າງ ແລະ ຍຸກສະເໝີພາບລະຫວ່າງ ຍິງ - ຊາຍ ປີ 2020 ໂດຍສູນຄົ້ນຄວ້າ, ພັດທະນາແບບຍືນຍົງ, ອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແມ່ຍິງ ແລະ ສະຖານທູດ ອຽກລັງ ປະຈຳ ຫວຽດນາມ ຈັດຂຶ້ນ. ປະສິດທິຜົນຂອງການເຄື່ອນໄຫວຂອງສະໂມສອນນີ້ ຈະສ້າງທ່າອ່ຽງການໃຊ້ສອຍ ແລະ ພື້ນຖານເສດຖະກິດໝູນວຽນ, ປະກອບສ່ວນເຂົ້າໃນການສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ຂຽວສົດງົດງາມ ແລະ ພັດທະນາແບບຍືນຍົງ.
ໄວ​ໜຸ່ມ - ​ຜູ້​ຕັດ​ສິນ​ທ່າ​ອ່ຽງ​ຜະ​ລິດ​ຕະ​ພັນ​ຂອງບັນ​ດາວິ​ສາ​ຫະ​ກິດ
ໂດຍເລີ່ມຈາກຄວາມຮັກຕໍ່ສິ່ງແວດລ້ອມ ແລະ ສະພາບການຕົວຈິງຢູ່ ຮ່າໂນ້ຍ, ເຊິ່ງແຕ່ລະມື້ ໄດ້ຖີ້ມຂີ້ເຫຍື້ອກວ່າ 6.000 ໂຕນ, ໃນນັ້ນ 80% ປະລິມານຂີ້ເຫຍື້ອດັ່ງກ່າວ ຖືກສົ່ງໄປຖີ້ມຢູ່ບ່ອນຝັງຖີ້ມຂີ້ເຫຍື້ອ ຫາກບໍ່ໄດ້ຮັບການບຳບັດຢ່າງຂາດຂັ້ນ. ໃນຂະນະນັ້ນ, ຫວຽດນາມ ນອນໃນ Top 3 ບັນດາປະເທດນຳເຂົ້າຂີ້ເຫຍື້ອຫຼາຍທີ່ສຸດໃນໂລກ, ເພາະສະນັ້ນ, ຮວ່າງກຸ໊ຍບິ່ງ - ນັກສຶກສາຫາກໍຮຽນຈົບມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ, ຜູ້ສ້າງຕັ້ງສະໂມສອນ Greenlife ໄດ້ຖາມຕົນເອງວ່າ: ເປັນຫຍັງ ຕ້ອງນຳເຂົ້າຂີ້ເຫຍື້ອໃນເມື່ອປະເທດເຮົາມີແຫຼ່ງຂີ້ເຫຍື້ອທີ່ອຸດົມສົມບູນ? ແລະນັ້ນແມ່ນສາຍເຫດທີ່ສະໂມສອນແຫ່ງນີ້ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຈັດກິດຈະກຳ “ແລກເຈ້ຍເອົາຕົ້ນໄມ້”, “ແລກຂີ້ເຫຍື້ອເອົາຂອງຂວັນ” ຂຶ້ນໃນທຸກໆເດືອນໃນຕະຫຼອດໄລຍະຜ່ານມາ. “ກິດຈະກຳ ແລກຂີ້ເຫຍື້ອເອົາຂອງຂວັນຖືກຈັດຂຶ້ນເພື່ອແນໃສ່ສົ່ງເສີມປະຊາຊົນແຍກປະເພດຂີ້ເຫຍື້ອຢູ່ເຮືອນ ແລ້ວເອົາໄປແລກເອົາຂອງຂວັນ ຄືຕົ້ນໄມ້ປະດັບ ຫຼື ຜະລິດຕະພັນອົງຄະທາດ. ພ້ອມກັນນັ້ນ, ກໍຊ່ວຍໃຫ້ແຫຼ່ງຂີ້ເຫຍື້ອນັ້ນມີຊີວິດໃໝ່; ສົມທົບກັບວິສາຫະກິດແຫ່ງຕ່າງໆເພື່ອປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມຂອງຕົນ ແລະ ນຳບັນດາຜະລິດຕະພັນຂຽວ, ບັນດາຜະລິດຕະພັນທ້ອງຖິ່ນໄດ້ເປັນທີ່ຮູ້ຈັກສຳລັບຜູ້ບໍລິໂພກອຸປະໂພກ”.
TAG
VOV/VOVworld/Greenlife/ໄວ​ໜຸ່ມ/ຂີ້​ເຫຍື້ອ/ເສດ​ຖະ​ກິດ​ໝູນ​ວຽນ