VOV WorldVOV World
ບັນດາລາຍການກະຈາຍສຽງໃນລະບົບ FM ຂອງ VOV5 ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງເພື່ອຜູ້ຟັງ
03/09/2018 09:59
(VOVWORLD) -ນັບແຕ່ວັນທີ 3 ກັນຍາ ປີ 1998, ຜູ້ຊົມທີ່ນິຍົມຮັບຟັງ ບັນດາລາຍການກະຈາຍສຽງຢູ່ຫວຽດນາມ ໄດ້ມີຊ່ອງຂໍ້ມູນຂ່າວສານ ທີ່ມີປະໂຫຍດຕື່ມອີກ ໃນຄວາມຖີ່ 105,5 MHZ ແລະ 105,7 MHZ. ນີ້ແມ່ນຄວາມຖີ່ ກະຈາຍຄື້ນຢູ່ ຫວຽດນາມ ຂອງຊ່ອງ VOV5-ວິທະຍຸກະຈາຍສຽງ ຫວຽດນາມ, ດ້ວຍບັນດາພາສາ: ອັງກິດ, ຝລັງ, ລັດເຊຍ, ຍີ່ປຸ່ນ, ຈີນ… ໄລຍະ 20 ປີທີ່ຜ່ານມາ, ບັນດາລາຍການຂອງພະແນກ ບັນດາລາຍການກະຈາຍສຽງພາສາຕ່າງປະເທດ VOV5 ໃນສອງຄວາມຖີ່ນີ້ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນເພື່ອນທີ່ລຶ້ງເຄີຍ ຂອງຜູ້ຟັງທັງຫຼາຍ
ບັນດາລາຍການກະຈາຍສຽງໃນລະບົບ FM ຂອງ VOV5  ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງເພື່ອຜູ້ຟັງ
ລາຍການກະຈາຍສຽງ ເປັນພາສາ ສ ເກົາຫຼີ ໃນລະບົບ FM   ນັບແຕ່ຫຼາຍປີມານີ້, ເມື່ອເປີດເຄື່ອງ Radio ຟັງໃນເວລາ 7 ໂມງ 30 ນາທີ ຕອນເຊົ້າ, ເມື່ອຊອກຄວາມຖີ່ 105,5 MHZ  ຢູ່ຮ່າໂນ້ຍ ແລະ 105,7 MHZ ຢູ່ນະຄອນ ໂຮ່ຈີມິນ ເພື່ອຟັງລາຍການ “ສະບາຍດີຕອນເຊົ້າຂອງ” VOV5 ໄດ້ກາຍເປັນຄວາມລຶ້ງເຄີຍ ໃນແຕ່ລະວັນຂອງຜູ້ຟັງທັງຫຼາຍ. ເຂົາເຈົ້າແມ່ນຊາວຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ ຫວຽດນາມ ແລະ  ກໍ່ຍັງມີຜູ້ຟັງຊາວຫວຽດນາມ ທີ່ນິຍົມຟັງບັນດາລາຍການກະຈາຍສຽງ ເປັນພາສາຕ່າງປະເທດ. ໄລຍະທຳອິດແມ່ນລາຍການ ພາສາອັງກິດ ໃນລະບົບ FM, ຫຼັງຈາກນັ້ນ ແມ່ນບັນດາລາຍການພາສາອື່ນໆເຊັ່ນ: ພາສາຝລັງ, ຈີນ, ລັດເຊຍ, ຍີ່ປຸ່ນ ກໍ່ໄດ້ກຳເນີນຂຶ້ນເພື່ອຮັບໃຊ້ຜູ້ຟັງ ຊາວຕ່າງປະເທດທີ່ມາດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ໃນບັນດາລາຍການກະຈາຍສຽງ, ນອກຈາກລາຍການຂ່າວ ທີ່ໄດ້ຊ່ວຍໃຫ້ຜູ້ຟັງ ໄດ້ຕິດຕາມຂ່າວຄາວ ທີ່ສົດໆຮ້ອນໆ, ລາຍການຊີວິດວັດທະນະທຳ ທີ່ມີຜົນປະໂຫຍດນັ້ນ, ບັນດາຜູ້ຟັງຍັງໄດ້ຕິດຕາມຮັບຟັງ ບົດເພງມ່ວນອີກຈຳນວນໜຶ່ງ. ທ່ານ ກາຢູຮີໂກ-ຊູຊູກີ, ຜູ້ຟັງຊາວ ຍີ່ປຸ່ນ ເຄີຍຕິດຕາມຮັບຟັງລາຍການ ກະຈາຍສຽງຂອງ VOV5 ໃຫ້ຮູ້ວ່າ:      “ເນື້ອໃນຂອງລາຍການແມ່ນ ອຸດົມສົມບູນ ນັບທັງລາຍການຂ່າວ, ລາຍການວັດທະນະທຳພື້ນເມືອງ, ດົນຕີພື້ນເມືອງຂອງຫວຽດນາມ… ຂ້າພະເຈົ້າຊົມຊອບທີ່ສຸດ ແມ່ນລາຍການວັດທະນະທຳພື້ນເມືອງ.  ຜ່ານນັ້ນ ຂ້າພະເຈົ້າກໍ່ໄດ້ຮູ້ເຖິງສິລະປະຂັບກວນເຫາະ ບັກນິງ, ສິລະປະຟ້ອນແຊ, ວັດທະນະທຳບັນດາເຜົ່າສ່ວນໜ້ອຍ ຂອງຫວຽດນາມ…”        ລາຍການທົດລອງໃນລະບົບ FM ຂອງ VOV5 ໄດ້ຖືກອອກອາກາດ ຄັ້ງທຳອິດເມື່ອວັນທີ 1 ກໍລະກົດ ປີ 1998 ດ້ວຍລາຍການອອກອາກາດສົດ ເປັນເວລາ 60 ນາທີ. ນີ້ແມ່ນລາຍການອອກອາກາດ ທີ່ເປັນຂິດໝາຍການກຳເນີດ ຂອງຊ່ອງຂໍ້ມູນຂ່າວສານ ທີ່ໜຸ່ມແໜ້ນຂອງ VOV ໃນຄາວນັ້ນ. ພ້ອມກັບການຊ່ວຍໜູນ ຂອງບັນດາຜູ່ຊຽວຊານຕ່າງປະເທດ ແລະ ຄວາມມານະພະຍາຍາມ ຂອງບັນດານັກຂ່າວ, ບັນນາທິການ, ລາຍການອອກອາກາດສົດທຳອິດ ຜ່ານຄື້ນຂອງ VOV5 ໄດ້ປະສົບຜົນສຳເລັດຢ່າງດີງາມ. ອ້າຍ ວັນຫິວບິ່ງ ຜູ້ສື່ຂ່າວຈາກ ສະຖານທີ່ຈັດເຫດການ ໃນລາຍການຂ່າວ FM ທຳອິດ ໄດ້ເປີດເຜີຍວ່າ:
TAG
VOV/VOVworld/ກະ​ຈາຍ​ສຽງ