ບຸນປີໃໝ່ລາວຈັດຢູ່ຫວຽດນາມ: ແຜ່ຂະຫຍາຍແລະອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອ
15/04/2023 16:00
(VOVWORLD) - “ຟົດຟື້ນ, ມ່ວນຊື່ນແລະ ໜຸ່ມແໜ້ນ” ແມ່ນບັນດາຄຳຄຸນນາມເຊິ່ງພວກຂ້າພະເຈົ້າໄດ້ຍິນຫຼາຍທີ່ສຸດເມື່ອຖາມກ່ຽວກັບຄວາມຮູ້ສຶກຂອງຄົນຫວຽດນາມທີ່ມີຕໍ່ກັບບັນຍາກາດບຸນປີໃໝ່ລາວ. ຖ້າໄປຢ້ຽມຢາມມະຫາວິທະຍາໄລແຫ່ງຕ່າງໆຢູ່ຮ່າໂນ້ຍທີ່ມີນັກສຶກສາລາວພວມຮ່ຳຮຽນຢູ່ໃນຊຸມວັນນີ້ພວກຂ້າພະເຈົ້າກໍສາມາດສຳຜັດໄດ້ເຖິງບັນຍາກາດດັ່ງກ່າວ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວສະແດງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດຜ່ານການອະນຸລັກຮັກສາສີສັນວັດທະນະທຳຂອງຊາດຕົນເທົ່ານັ້ນຫາກຍັງແມ່ນໂອກາດເພື່ອໂຄສະນາເຜີຍແຜ່ວັດທະນະທຳລາວສູ່ເພື່ອນມິດສາກົນອີກດ້ວຍ.

ນ້ອງໆພາກັນກຽມອາຫານ ບັນຍາກາດໜາວໆຂອງຮ່າໂນ້ຍໃນຊຸມວັນຕົ້ນເດືອນເມສາເບິ່ງຄືວ່າເລີ່ມອຸ່ນຂຶ້ນແລະມ່ວນຊື່ນກວ່າປົກກະຕິຍ້ອນມີຫຼາຍກິດຈະກຳຕ້ອນຮັບປີໃໝ່ຂອງບັນດານັກສຶກສາລາວ. ນັກສຶກສາຢູ່ໂຮງຮຽນໃດກໍຫ້າງຫາກະກຽມຈັດບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນ, ພິເສດໃນວັນທ້າຍອາທິດ. ຢູ່ຫໍພັກນັກສຶກສາ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ, ຮ່າໂນ້ຍກໍເຕັມໄປດ້ວຍສຽງເພງ, ສຽງຮ້ອງໂຮຢ່າງຄຶກຄັກໃນໂອກາດທີ່ພິເສດນີ້. ສາຍທຸງຫາງທີ່ຫຼາກຫຼາຍສີສັນໄດ້ປະດັບປະດາຢູ່ອ້ອມແອ້ມບໍລິເວນຫໍພັກ, ບວກກັບເສື້ອທີ່ມີລວດລາຍງາມຕາຂອງນັກສຶກສາຍິ່ງເຮັດໃຫ້ບັນຍາກາດບຸນປີໃໝ່ລາວມີຄວາມຄຶກຄື້ນມ່ວນຊື່ນຂຶ້ນຕື່ມ. ກຸ່ມໜຶ່ງກະກຽມຂອງກິນ, ກຸ່ມໜຶ່ງກະກຽມເຄື່ອງຂອງຖວາຍໃນພິທີ, ປະດັບປະດາພາຂວັນ, ຜູ້ຈັດໂຕະຈັດຕັ່ງ…ທຸກຢ່າງເຂົາເຈົ້າໄດ້ແບ່ງກັນກະກຽມມາແຕ່ 5 ໂມງເຊົ້າ, ຊ່ຳບໍ່ໜຳບາງອັນກໍໄດ້ກຽມມາກ່ອນໜ້ານັ້ນເປັນເວລາຫຼາຍມື້ເພື່ອຕ້ອນຮັບແຂກທີ່ມາຮ່ວມມ່ວນຊື່ນຕ້ອນຮັບປີໃໝ່. ເພື່ອນສິນທະເລດວົງສາເດັດພວມຮຽນປະລິນຍາໂທປີສຸດທ້າຍມະຫາວິທະຍາໄລເສດຖະກິດແຫ່ງຊາດແບ່ງປັນວ່າ:
TAG
VOV/VOVworld/ບຸນປີໃໝ່ລາວ/ຫວຽດນາມ/ນັກສຶກສາ/ບາສີສູ່ຂວັນ
Related








