“ແຫແຫ່ງຄວາມຮັກໃຄ່”, ການເຄື່ອນໄຫວສັງຄົມທີ່ພົ້ນເດັ່ນຂອງກຳມະກອນແຮງງານຫວຽດນາມ
30/04/2013 17:00
ນັບແຕ່ໃດໆມາ, ການເດີນທາງໄປຫາປາໃນທະເລຂອງຊາວປະມົງຫວຽດນາມ ບໍ່ພຽງແຕ່ເພື່ອຫາເງິນລ້ຽງຊີບເທົ່ານັ້ນ, ຫາກນີ້ຍັງແມ່ນຄວາມຜາສຸກ, ຄວາມເອກອ້າງທະນົງໃຈຂອງເຂົາເຈົ້າ ເມື່ອໄດ້ປະກອບສ່ວນສ້າງຄວາມຮັ່ງມີໃຫ້ແກ່ບ້ານເກີດເມືອງນອນອີກດ້ວຍ.
(vovworld) - ການຫາປາລ້ຽງຊີບ, ຂຸດຄົ້ນຊັບພະຍາກອນທະເລຂອງຊາວປະມົງຫວຽດນາມ ນັບລ້ານຄົນ. ພິເສດແມ່ນຊາວປະມົງຢູ່ຮ່ວາງຊາ ແລະ ເຈື່ອງຊາ ເຄີຍປະສົບກັບຄວາມສ່ຽງ, ໄພທຳມະຊາດ, ໂຈນສະລັກເປັນປະຈຳ. ໂດຍເຂົ້າໃຈໄດ້ຄວາມຫຍຸ້ງຍາກລຳບາກຂອງຊາວປະມົງເມື່ອອອກທະເລໄປຫາປາແຕ່ລະເທື່ອ, ສະຫະພັນໃຫຍ່ແຮງງານຫວຽດນາມ, ກອງທຶນແຫ່ງນ້ຳໃຈກຸສົນຂອງໜັງສືພິມແຮງງານ ໄດ້ປຸກລະດົມລາຍການ “ແຫແຫ່ງຄວາມຮັກໃຄ່” ເພື່ອຮຽກຮ້ອງກຳມະບານທຸກຂັ້ນ, ສະມາຊິກຊາວໜຸ່ມ, ກຳມະກອນ, ພາລະກອນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນສະໜັບສະໜູນດ້ານການເງິນ, ວັດຖຸ ເພື່ອປະກອບສ່ວນປົກປ້ອງສິດຜົນປະໂຫຍດຂອງຊາວປະມົງເມື່ອຂຸດຄົ້ນສິນທະເລ, ຊ່ວຍເຂົາເຈົ້າແກ້ໄຂຄວາມຫຍຸ້ງຍາກ, ອຸ່ນອ່ຽນໃຈຕິດພັນກັບທະເລ.
TAG
ກຳມະບານ
ທະເລ
Related








