VOV WorldVOV World
ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ
25/03/2023 16:00
(VOVWORLD) -ໃນໄລຍະ 1 ປີຜ່ານມາ, ຕອນຄ່ຳວັນສຸກຂອງທຸກໆອາທິດ, ມີປະຊາຊົນ ແລະ ແຂກທ່ອງທ່ຽວຫຼາຍຄົນຢູ່ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົ່າ, ໄດ້ພາກັນໄປຮັບຊົມລາຍການດົນຕີຢູ່ທ້ອງຖະໜົນດ້ວຍຫົວຂໍ້ “ກະແສຟອງ 72”. ຢູ່ທີ່ນີ້, ເຂົາເຈົ້າຈະໄດ້ເຊື່ອມຕົວເຂົ້າກັບຈັງຫວະສຽງເຄື່ອງດົນຕີຂອງບົດເພງຕ່າງໆໂດຍນັກສິລະປິນໜຸ່ມສະແດງ ຢ່າງຈັບອົກຈັບໃຈ ແລະ ມີຫົວຄິດປະດິດສ້າງ. ບັນດາຄ່ຳຄືນລາຕີແບບນີ້ ບໍ່ພຽງແຕ່ຊ່ວຍໂຄສະນາພາບພົດນະຄອນທ່ອງທ່ຽວ ຫວູງເຕົ່າ ເທົ່ານັ້ນ, ຫາກຍັງນຳ ດົນຕີ ຫຍັບເຂົ້າໃກ້ກັບມະຫາຊົນຫຼາຍກວ່າອີກ, ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນ ເພີ່ມຄວາມອຸດົມສົມບູນ.
ແຜ່​ຂະ​ຫຍາຍ​ດົນ​ຕີ​ຢູ່​ຕາມທ້ອງ​ຖະ​ໜົນ​ໃນ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ
ລາຍກາຍສະແດງສິລະປະຢ່າງຄຶກຄື້ນມ່ວນຊື່ນ ຈັດຂຶ້ນໃນຕອນຄ່ຳວັນສຸກຢູ່ ຫວູງເຕົາ (ພາບ: VOV)
TAG
VOV/VOVworld/ສິ​ລະ​ປະ/ທ່ອງ​ທ່ຽວ/ບາ​ເຣ້ຍ​ຫວູງ​ເຕົາ/ທ້ອງ​ຖະ​ໜົນ