ເສີມຂະຫຍາຍນ້ຳໃຈໄຊຊະນະ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ
06/05/2023 07:42
(VOVWORLD) - ເມື່ອກ່ອນນີ້, ດ້ຽນບຽນ ແມ່ນເຂດດິນແດນແຫ່ງການປະຕິວັດ ຕິດພັນກັບໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954) ທີ່ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ໂລກ ສັ່ນສະເທືອນ”, ໜຶ່ງໃນບັນດາຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດ ຫວຽດນາມ. ປັດຈຸບັນ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດ້ຽນບຽນ ໄດ້ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ແຂວງ ດ້ຽນບຽນ ມີ 10 ຫົວໜ່ວຍບໍລິຫານ, ລວມມີ: 1 ນະຄອນ, 1 ເທດສະບານເມືອງ ແລະ 8 ເມືອງ ປະກອບດ້ວຍ 130 ຕາແສງ, ເທດສະບານເມືອງ. ແຂວງ ມີເນື້ອທີ່ທັງໝົດກວ່າ 9.500 ກມ2, ມີປະຊາກອນກວ່າ 630.000 ຄົນ ດ້ວຍ 19 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນ ຊົນເຜົ່າສ່ວນໜ້ອຍ ກວມເອົາເກືອບ 83% . ແຂວງ ດ້ຽນບຽນ ມີທີ່ຕັ້ງຍຸດທະສາດສຳຄັນ ຍ້ອນມີຊາຍແດນຕິດກັບ 2 ປະເທດ ລາວ ແລະ ຈີນ ດ້ວຍຄວາມຍາວເກືອບ 460 ກມ.
TAG
VOV/VOVworld/ດ້ຽນບຽນ/ໄຊຊະນະດ້ຽນບຽນຝູ/ພັດທະນາ
Related








