“ຕີໝາກຂ່າງ” - ການລະຫຼີ້ນວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊົນເຜົ່າໄຕ
11/02/2023 15:40
(VOVWORLD) - ເມື່ອບຸນເຕັດ, ລະດູບານໃໝ່ວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ພ້ອມກັບບັນດາຮີດຄອງປະເພນີ, ວັດທະນະທຳທີ່ເປັນມູນເຊື້ອ, ການລະຫຼີ້ນພື້ນເມືອງປະເພດຕ່າງໆ ກໍໄດ້ປະກອບສ່ວນເຮັດໃຫ້ລະດູບານໃໝ່ມີຄວາມເບີກບານມ່ວນຊື່ນຂຶ້ນຕື່ມ. ໃນບັນດາການລະຫຼີ້ນພື້ນເມືອງນັ້ນ, ຕ້ອງເວົ້າເຖິງການຕີໝາກຂ່າງ ຫຼື ຕຶກຂ່າງ ຕາມພາສາຊົນເຜົ່າໄຕ. ສຳລັບການລະຫຼີ້ນປະເພດນີ້ ຈະຫຼີ້ນຢູ່ນອກເຮືອນ, ຜູ້ຫຼີ້ນສ່ວນຫຼາຍແມ່ນຜູ້ຊາຍ, ເດັກຊາຍ ແລະ ບໍ່ມີການຈຳແນກອາຍຸ. ແຕ່ສຳລັບພໍ່ແມ່ພີ່ນ້ອງຊາວເຜົ່າໄຕ ຢູ່ເມືອງ ລຸກອຽນ, ແຂວງ ອຽນບາຍແລ້ວ ການຕີໝາກຂ່າງ ບໍ່ພຽງແຕ່ມີຜູ້ຊາຍຫຼີ້ນເທົ່ານັ້ນ ຫາກຍັງດຶງດູດຜູ້ຍິງເຂົ້າຮ່ວມອີກດ້ວຍ.

ຕີໝາກຂ່າງ ການລະຫຼີ້ນພື້ນເມືອງສ້າງຄວາມມ່ວນຊື່ນໃນຊຸມວັນຕົ້ນລະດູບານໃໝ່
TAG
VOV/VOVworld/ຕີໝາກຂ່າງ/ຊາວເຜົ່າໄຕ
Related








