ລາຍການສະແດງດົນຕີສາກົນ Around the world ພາຜູ້ຊົມໄປທ່ຽວອ້ອມໂລກຜ່ານສຽງດົນຕີ
06/04/2019 07:00
(VOVWORLD) - ລາຍການສະແດງດົນຕີສາກົນ ພາຜູ້ຊົມໄປທ່ຽວອ້ອມໂລກ Around the world ແມ່ນຫົວຂໍ້ຂອງບັນດາລາຍການສະແດງສິລະປະ ທີ່ຈັດຂຶ້ນໃນຕອນຄໍ່າວັນທີ 26 – 27 ມີນາ ຜ່ານມາ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກເສບດົນຕີທີ່ມີຊື່ສຽງຂອງຫວຽດນາມ ແລະ ສາກົນ. ລາຍການດັ່ງກ່າວ ເໝືອນດັ່ງຜະລິດຕະພັນແຜ່ນໃຫຍ່ທີ່ໄດ້ມາຈາກການປະກອບພາບທີ່ຍອດຍິ່ງຂອງພື້ນຖານວັດທະນະທໍາ, ພາຜູ້ຊົມໄປທ່ຽວທົ່ວໂລກ ຜ່ານສຽງດົນຕີ.

ລາຍການສະແດງດົນຕີສາກົນ Around the world ແມ່ນການປະສົມປະສານສຽງທອງ ແລະ ວາດຟ້ອນທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ສາກົນ, ໄດ້ປະກອບສ່ວນເຂົ້າກັນ ສ້າງເປັນຄວາມຟົດຟື້ນມ່ວນຊື່ນ, ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນ້ຳໃຈສາມັກຄີລະຫວ່າງບັນດາປະເທດໃນໂລກ. ບັນດານັກສິລະປິນ, ນັກເສບດົນຕີຂອງວົງດົນຕີປະສານສຽງ ແລະ ບັນດານັກຟ້ອນຂອງໂຮງລະຄອນຟ້ອນ ຫວຽດນາມສະແດງ ພາຍໃຕ້ການບັນຊາຂອງ Martin Garcia Leon ເຊິ່ງເປັນຜູ້ບັນຊາວົງດົນຕີໜຸ່ມທີ່ມີຄວາມເກັ່ງກ້າສາມາດມາຈາກປະເທດ ອາກຊັງຕີນ. ລາຍການດັ່ງກ່າວ ໄດ້ຈັດທຳຕາມແນວຄວາມຄິດຂອງນັກສິລະປິນດີເດັ່ນ ເຈິ່ນລີລີ, ຮັກສາການຜູ້ອຳນວຍການໂຮງລະຄອນຟ້ອນຫວຽດນາມ, ນີ້ແມ່ນຂອງຂວັນທາງດ້ານຈິດໃຈທີ່ສະຫງວນໃຫ້ສະເພາະທ່ານຜູ້ຊົມໄປທ່ຽວໃນຍາມຕົ້ນປີ. ນັກສິລະປິນດີເດັ່ນ ເຈິ່ນລີລີ ແບ່ງປັນວ່າ: “ໃນຍາມຕົ້ນປີໃໝ່, ໂຮງລະຄອນຟ້ອນຫວຽດນາມ ໄດ້ເປີດສາກດ້ວຍລະບົບການສະແດງລາຍການມຸ່ງໄປສູ່ເຫດການສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງໂຮງລະຄອນຟ້ອນຫວຽດນາມ. ນີ້ຄືດັ່ງຄຳທີ່ໄດ້ແບ່ງປັນກັບທຸກຄົນ ກໍຄືຈັບມືກັນໃຫ້ແໜ້ນໃນທົ່ວໂລກ ແລະ ຢາກຮ່ວມສຳພັນນຳກັນໃນທົ່ວໂລກ”.
TAG
VOV/VOVworld/ຮ້ອງ opera/ດົນຕີ/ວົງດົນຕີປະສານສຽງ/ເພີດເພີນໃຈ/Around the world
Related








