VOV WorldVOV World
ລາຍການສະແດງສິລະປະ: ບົດເພງທີ່ບໍ່ອາດຫຼົງລືມໄດ້
20/12/2020 09:31
(VOVWORLD) - ເມື່ອຮອດເດືອນທັນວາຂອງທຸກປີ, ພວກເຮົາມຸ່ງໄປສູ່ການຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (ຄືວັນທີ 22 ທັນວາ) ມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍແທດຈິງໄດ້ຮັບການຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ, ນະຄອນ ໃນທົ່ວປະເທດຄື: ລາຍການສະແດງສິລະປະ, ສັບປະດາສາຍຮູບເງົາ, ງານວາງສະແດງພາບຖ່າຍ, ເອກະສານ…ພິເສດໃນເດືອນທັນວານີ້, ຢູ່ຮ່າໂນ້ຍໄດ້ຈັດລາຍການສະແດງສິປະລະດ້ວຍຂອບຂະໜາດໃຫຍ່ທີ່ມີຫົວຂໍ້ວ່າ: “ບົດເພງທີ່ບໍ່ອາດຫຼົງລືມໄດ້” ເຊິ່ງໄດ້ດຳເນີນຢູ່ສູນກະຈາຍສຽງ - ໂທລະພາບກອງທັບ, ເຮືອນເລກທີ 165 ຖະໜົນ ຊ໊າດ່ານ, ເມືອງດົ໊ງດາ, ຮ່າໂນ້ຍ ດ້ວຍລາຍການສະແດງສີລະປະເກືອບ 20 ລາຍການ ເຊິ່ງເຊີດຊູພັກ, ລຸງໂຮ່, ກອງທັບປະຊາຊົນ ຫວຽດນາມ ແລະ ຄວາມຮັກບ້ານເກີດເມືອງນອນປະເທດຊາດ. ບົດສາລະຄະດີຂອງນັກຂ່າວແທັງນາມດ້ວຍຫົວຂໍ້ວ່າ: ລາຍການສະແດງສິລະປະ: ບົດເພງທີ່ບໍ່ອາດຫຼົງລືມໄດ້. ເຊີນທ່ານຕິດຕາມຮັບຟັງ.
ລາຍການສະແດງສິລະປະ: ບົດເພງທີ່ບໍ່ອາດຫຼົງລືມໄດ້
ລາຍການສະແດງສິລະປະ: ບົດເພງທີ່ ບໍ່ອາດຫຼົງລືມໄດ້ (ພາບ: qpvn.vn) 
TAG
VOV/VOVworld/ບົດເພງທີ່ ບໍ່ອາດຫຼົງລືມໄດ້