ງານບຸນວິຫານຮຸ່ງ 2019: ແຜ່ຂະຫຍາຍສິລະປະຂັບຊວານ
13/04/2019 06:25
(VOVWORLD) - ນັບແຕ່ເມື່ອ UNESCO ຮັບຮອງເອົາຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ແຂວງ ຝູເທາະ ໄດ້ຜັນຂະຫຍາຍບັນດາໂຄງການເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍປະເພດຂັບຊວານນີ້.

ຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງແຂວງ ຝູເທາະ ໂດຍ UNESCO ຮັບຮອງເອົາໃນເດືອນ ທັນວາ 2017. ຕົ້ນກຳເນີດຂອງຂັບຊວານ ໄດ້ຕິດພັນກັບສະໄໝເຈົ້າຊີວິດຮຸ່ງໃນການສ້າງບ້ານແປງເມືອງ, ສະນັ້ນ ເນື່ອງໃນໂອກາດງານບຸນວິຫານຮຸ່ງ - ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ 10/03 (ໄລ່ຕາມຈັນທະປະຕິທິນ), ຍາມໃດກໍ່ໄດ້ດຳເນີນລາຍການສະແດງຂັບຊວານ ແລະ ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງບັນພະບູລຸດຂອງຊາດ ຫວຽດນາມ. ຂັບຊວານແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ ໂດຍແມ່ນມໍລະດົກຂຶ້ນກັບປະເພດສິລະປະການສະແດງ, ຂັບຊວານຂອງແຂວງ ຝູເທາະ ລວມມີການຂັບລຳ, ຟ້ອນ, ເຄາະກອງ ແລະ ເຄາະໄມ້. ຂັບຊວານຕິດພັນກັບການໄຫວ້ບູຊາເຈົ້າຊີວິດຮຸ່ງ, ແມ່ນການເຫລື້ອມໃສມີຕົ້ນກຳເນີດມາຈາກການໄຫວ້ບູຊາບັນພະບູລຸດຂອງຊາວ ຫວຽດນາມ. ເມື່ອຮອດລະດູງານບຸນວິຫານຮຸ່ງໃນແຕ່ລະປີ, ບັນດາເມືອງຢູ່ອ້ອມແອ້ມວິຫານຮຸ່ງພັດໄດ້ຈັດຕັ້ງການຝຶກແອບຂັບຮ້ອງບັນດາບົດເພງ, ລາຍການສະແດງເພື່ອໄປສະແດງຢູ່ງານບຸນ ແລະ ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງໃຫ້ມີຄວາມຄຶກຄື້ນມ່ວນຊື່ນ. ເພືຶ່ອກະກຽມໃຫ້ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງປີ 2019, ທຸກໆວັນ, ແມ່ຕູ້ ຟານທິກ໊ຽມ ຢູ່ບ້ານກິມດ໊າຍ, ຕາແສງ ກິມດຶກ, ນະຄອນ ຫວຽດຈີ່, ກໍ່ເອົາແພຄຽນຫົວ, ນຸ່ງຊຸດເສື້ອຍາວ ແລະ ຖືກລູກຫລານໄປສົ່ງຢູ່ເດີ່ນສາລາບ້ານແຕ່ເຊົ້າ. ປີນີ້ ແມ່ຕູ້ ຟານທິກ໊ຽມ ມີອາຍຸໄດ້ 110 ປີແລ້ວ ແຕ່ລາວຂັບຊວານຍັງມ່ວນຢູ່. ແມ່ຕູ້ ຟານທິກ໊ຽມ ແມ່ນໜຶ່ງໃນ 17 ນັກສິລະປະການຂັບຊວານ ຝູເທາະ ຊຸດທຳອິດ ໄດ້ຮັບນາມມະຍົດ “ນັກສິລະປະການດີເດັ່ນ” ໂດຍປະທານປະເທດມອບໃຫ້. “ບັນດາໂອກາດຄືແນວນີ້ ເຮັດໃຫ້ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ມ່ວນຊື່ນຫລາຍ. ພຽງແຕ່ຢາກມີຊີວິດໄດ້ 2 - 3 ປີຕື່ມອີກ ເພື່ອໃຫ້ໄດ້ຂັບຊວານ.” ນັ່ງຮຽນຂັບຊວານກັບບັນດາພໍ່ຕູ້ແມ່ຕູ້ຢູ່ສາລາບ້ານ ກິມດ໊າຍ ຍັງມີຫຼານນ້ອຍ 2 ຄົນແມ່ນ ເລທິທູຮ່າ ແລະ ໂງກວ໊ກເກື່ອງ. ເຖິງວ່າຍັງນ້ອຍຢູ່ກໍ່ຕາມ ແຕ່ຫຼານນ້ອຍ 2 ຄົນນັ້ນ ພັດສະແດງໄດ້ “ນ້ຳສຽງອ່ອນຫວານ” ໃນການຂັບຊວານ “ປູກຝ້າຍ, ເຮັດໜານປູກໝາກຖົ່ວ” “ ຫຼານມັກຮຽນຂັບຊວານ ຍ້ອນວ່າຂັບຊວານມ່ວນທີ່ສຸດ ແລະ ມັນກໍ່ເປັນມໍລະດົກວັດທະນະທຳ ຫວຽດນາມ. ” “ ຫຼານຮຽນຂັບຊວານຕັ້ງແຕ່ຕອນຮຽນຢູ່ຫ້ອງ ປ1. ຫຼານມັກບົດຂັບຊວານນີ້ ຍ້ອນວ່າມີຈັງຫວະມ່ວນດີ. ເມື່ອຮຽນຂັບບົດດັ່ງກ່າວ ຫຼານບໍ່ຮູ້ສຶກຍາກຈັກໜ້ອຍເລີຍ ເພາະວ່າ ຫຼານຂັບມາແຕ່ຕອນໂຮງຮຽນມີງານບຸນສະແດງສິລະປະ. ” ຢູ່ບັນດາຫ້ອງຮຽນ, ສຳລັບຜູ້ທີ່ມີອາຍຸສູງ, ນັກສິລະປະການດີເດັ່ນ ເລຊວນຫງູ ຢູ່ບ້ານ ຊວານຟູ່ດຶກ, ຕາແສງ ກິມດຶກ, ນະຄອນ ຫວຽດຈີ່, ພວມເມົາມົວຖ່າຍທອດການຂັບຊວານໃຫ້ລຸ້ນໜຸ່ມແບ່ງປັນວ່າ: “ ພວກຂ້າພະເຈົ້າຝຶກແອບໃຫ້ພວກຫຼານຮຽນຂັບ ເກືອດີ່ງ ໃນເມື່ອກ່ອນຕາມ 3 ພິທີກຳ. ບອກສອນພວກຫຼານໃຫ້ຮູ້ຈັກວິທີການສະແດງຢູ່ໃນສາລາ, ຫໍບູຊາ ແລະ ຕ້ອງຈື່ບັນດາພິທີກຳສັກສິດນັ້ນ ແມ່ນພິທີບູຊາບັນດາເຈົ້າຊີວິດຮຸ່ງ. ”
TAG
VOV/VOVworld/ງານບຸນວິຫານຮຸ່ງ/ແຜ່ຂະຫຍາຍ/ສິລະປະ/ຂັບຊວານ
Related








