VOV WorldVOV World
ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳຫວຽດ ອອກ​ສູ່​ທົ່ວ 5 ທະ​ວີບ
12/02/2023 10:00
(VOVWORLD) -ເຖິງວ່າດຳລົງຊີວິດໃນສັງກາດດີຈີຕອນ ແລະ ເຊື່ອມໂຍງເຂົ້າກັບສາກົນດ້ວຍການດຳລົງຊີວິດທຳມາຫາກິນ ຍາມໃດກໍຕ້ອງໄວວາກໍ່ຕາມ ແຕ່ການອະນຸລັກຮັກສາວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຫວຽດນາມ ແລະ ປະຊາຊົນ ສືບທອດ, ເສີມຂະຫຍາຍເລື້ອຍໆມາ. ພິເສດແມ່ນບັນດາເພື່ອນໜຸ່ມ - ກະດູກສັນຫຼັງຂອງຊາດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ຂົວຕໍ່, ທູດວັດທະນະທຳຂອງຊາດ, ເຂົາເຈົ້າຍາມໃດກໍມີຄວາມຫວັງ ແລະ ການກະທຳລະອຽດ ເພື່ອບໍ່ພຽງແຕ່ອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳເທົ່ານັ້ນ ຫາກຍັງແຜ່ກະຈາຍວັດທະນະທຳຫວຽດ ອອກສູ່ທົ່ວ 5 ທະວີບ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳຫວຽດ ອອກ​ສູ່​ທົ່ວ 5 ທະ​ວີບ
ໂດຍຕັ້ງຢູ່ກາງຖະໜົນທີ່ເຕັມໄປດ້ວຍດອກໄມ້ Home Hanoi Xuan (ຖະໜົນດອກໄມ້ລະດູບານໃໝ່ ແລະ ງານຕະຫຼາດນັດ Happy Tet ເຊິ່ງຈັດຂຶ້ນໃນກາງເດືອນມັງກອນຜ່ານມາ ຢູ່ຮ່າໂນ້ຍ, ຮ້ານວາງສະແດງຜະລິດຕະພັນຫັດຖະກຳ Hoa Tien Brocade ໄດ້ດຶງດູດໄວໜຸ່ມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາຊົມເປັນຈຳນວນຫຼາຍ ດ້ວຍບັນດາຜະລິດຕະພັນຫັດຖະກຳທີ່ເປັນເອກະລັກຂອງຊົນເຜົ່າຜູ້ໄທ, ຊົນເຜົ່າມົ້ງ. ພິເສດ, ສຳລັບຜູ້ທີ່ມີຄວາມສົນໃຈເຖິງວັດທະນະທຳຄື ປ້າ ເຈິ່ນທູຢຸງ, ຊາວ ຫວຽດນາມ ອາໄສ ຢູ່ ຝລັ່ງ ຍິ່ງພາດບໍ່ໄດ້. ໂດຍນຸ່ງຊຸດເຊື້ອຍາວທີ່ເປັນມູນເຊື້ອ, ຫົວໃສ່ກຸບ, ປ້າຢຸງ ພວມເມົາມົວກັບການເຮັດທົດລອງ ແລະ ຊອກຮູ້ກ່ຽວກັບສິລະປະແຕ້ມລວດລາຍໃສ່ແຜ່ນແພດ້ວຍຂີ້ເຜິ້ງຂອງຊາວເຜົ່າມົ້ງ. “ຂ້າພະເຈົ້າມັກວິຊາວິຈິດສິນທີ່ສຸດ. ຂ້າພະເຈົ້າ ມັກຈັດບັນດາງານວາງສະແດງພາບແຕ້ມຢູ່ ຝລັ່ງ ເພື່ອໃຫ້ວິສາຫະກິດ ຫວຽດນາມ ມາວາງສະແດງ. ຄືຜະລິດຕະພັນນີ້ເປັນຕົ້ນ, ຂ້າພະເຈົ້າກໍສາມາດນຳໄປຈັດເປັນງານວາງສະແດງໄດ້ ເພື່ອແລກປ່ຽນວັດທະນະທຳ ຫວຽດນາມ - ຝລັ່ງ, ຝລັ່ງ - ຫວຽດນາມ ແລະ ກັບບັນດາປະເທດ ເອີຣົບ”.
TAG
VOV/VOVworld/ວັດ​ທະ​ນະ​ທຳ/ໂຄ​ສະ​ນາ/ອ​ະ​ນ​ຸ​ລັກ​ຮັກ​ສາ/ຝ​ລັ່ງ