VOV WorldVOV World
ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ
07/01/2021 23:19
(VOVWORLD) - ໝາກຜົນທີ່ປະເທດລາວ ບັນລຸໄດ້ໃນເບື້ອງຕົ້ນ ໄດ້ເຮັດໃຫ້ໂລກມີຄວາມເຂົ້າໃຈລວມກ່ຽວກັບລາວວ່າ ແມ່ນປະເທດທີ່ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຍູ້ໂຄວິດ-19 ໃຫ້ຖອຍໄປ.
ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ
ເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊຽນ ກໍ່ຄືໃນໂລກ, ລາວ ໄດ້ຮັບການຕີລາຄາວ່າ ແມ່ນແບບຢ່າງທີ່ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານໂຄວິດ-19. ມາຮອດປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ລາວ ແມ່ນ 41 ຄົນ, ບໍ່ມີຜູ້ເສຍຊີວິດ. ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ການຮ່ວມມືຂອງປະຊາຊົນລາວແຕ່ລະຄົນ ໃນການປ້ອງກັນ, ຕ້ານໂຄວິດ-19.
TAG
VOV/VOVworld/ໂຄວິດ-19/ປະຊາຊົນລາວ/ວັກ​ຊິນ