VOV WorldVOV World
“​ສ້າງ” ຜູ້​ຊົມ​ໃຫ້​ແກ່​ສິ​ລະ​ປະ​ພື້ນ​ເມືອງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ
17/12/2022 16:00
(VOVWORLD) -ເພື່ອອະນຸລັກຮັກສາບັນດາປະເພດສິລະປະທີ່ເປັນມູນເຊື້ອ, ໄປຄຽງຄູ່ກັບການກໍ່ສ້າງລຸ້ນນັກສິລະປິນໜຸ່ມສືບທອດ, ເລື່ອງສ້າງຜູ້ຊົມລຸ້ນໃໝ່ກໍມີຄວາມສຳຄັນບໍ່ແມ່ນໜ້ອຍ. ເພາະສະນັ້ນ, ບັນດາກອງສິລະປະຂອງນະຄອນ ໂຮ່ຈີມິນ ພວມຕັ້ງໜ້ານຳສິລະປະມາສູ່ນັກຮຽນ, ນັກສຶກສາ, ຜ່ານນັ້ນ ຊ່ວຍໃຫ້ໄວໜຸ່ມ ມີຄວາມເຂົ້າໃຈ ແລະ ຮັກມັກສິລະປະພື້ນເມືອງຫຼາຍກວ່າອີກ.
“​ສ້າງ” ຜູ້​ຊົມ​ໃຫ້​ແກ່​ສິ​ລະ​ປະ​ພື້ນ​ເມືອງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ
  ຢູ່ເດີ່ນໂຮງຮຽນມັດທະຍົມຕອນຕົ້ນ ບິ່ງຈິດົງ (ເມືອງ ບິ່ງເຕິນ) ມື້ນີ້ມີຄວາມຄຶກຄື້ນມ່ວນຊື່ນກວ່າທຸກໆມື້. ນັກຮຽນນັບຮ້ອຍຄົນ ພາຍຫຼັງເລີກຮຽນແລ້ວ ໄດ້ພາກັນນັ່ງຊົມລາຍການສະແດງສິລະປະຂັບກາຍເລືອງ “ແທກແຊງ - ລີທົງ” ໂດຍກອງນັກສິລະປິນຂອງໂຮງລະຄອນຂັບກາຍເລືອງ ເຈິ່ນຫືວຈາງ ສະແດງ. ໂດຍໄດ້ປ່ຽນຈາກທຳນອງທີ່ແຂງກະດ້າງມາທຳນອງຈັງຫວະຄຶກຄັກ, ອ່ອນໂຍນ, ຕະຫຼົກເຮຮາ ເຮັດໃຫ້ນ້ອງໆນັກຮຽນມີຄວາມຈູບຈ້າວຫ້າວຫັນ, ເຂົ້າຮ່ວມການພົວພັນແລກປ່ຽນ, ຕອບຄຳຖາມຢ່າງຄຶກຄື້ນມ່ວນຊື່ນ. “ນ້ອງເຫັນວ່າ ກິດຈະກຳນີ້ມີຄວາມໝາຍທີ່ສຸດ, ທັງໄດ້ຊົມຂັບກາຍເລືອງ, ທັງໄດ້ຟັງການເລົ່າເລື່ອງນິທານອີກດ້ວຍ. ຂອບໃຈອາວອາຫຼາຍໆທີ່ໄດ້ນຳມາເຊິ່ງລາຍການທີ່ມ່ວນ, ເປັນເອກະລັກ ແລະ ມີຄວາມໝາຍນີ້. ຜ່ານນັ້ນ ໄດ້ຊ່ວຍໃຫ້ພວກນ້ອງໄດ້ຮູ້ຕື່ມອີກ່ຽວກັບຮູບແບບສິລະປະສະແດງເທິງເວທີທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ”.
TAG
VOV/VOVworld/ສິ​ລະ​ປະ​ພື້ນ​ເມືອງ/ຂັບ​ກາຍ​ເລືອງ/ຜູ້​ຊົມ/ນັກ​ສຶກ​ສາ/ນັກ​ຮຽນ